Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:8 - ພຣະຄຳພີສັກສິ

8 ໃນ​ຄືນ​ນັ້ນ ຈົ່ງ​ປີ້ງ​ຊີ້ນ​ກິນ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:8
20 Jak'a apnaqawi uñst'ayäwi  

ຊາວ​ເລວີ​ປີ້ງ​ເຄື່ອງ​ເຜົາບູຊາ​ຂອງ​ປັດສະຄາ​ຕາມ​ກົດລະບຽບ ແລະ​ຕົ້ມ​ເຄື່ອງ​ບູຊາ​ອັນ​ບໍຣິສຸດ​ໃນ​ໝໍ້, ໃນ​ກາ​ນໍ້າ ແລະ​ໃນ​ໝໍ້ຂາງ ແລະ​ຟ້າວ​ຢາຍ​ຊີ້ນ​ນັ້ນ​ໃຫ້​ປະຊາຊົນ.


ເຫື່ອແຮງ​ຂອງ​ຂ້ານ້ອຍ​ກໍ​ໄດ້​ສູນເສຍ​ໄປ ດັ່ງ​ນໍ້າ​ທີ່​ໄຫລຊະ​ໄປ​ຕາມ​ພື້ນດິນ​ນັ້ນ. ກະດູກ​ຂອງ​ຂ້ານ້ອຍ​ທຸກ​ຊີກ​ກໍ​ບໍ່​ຕິດຕໍ່ກັນ ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ເປື່ອຍ​ໄປ​ດັ່ງ​ຂີ້ເຜິ້ງ.


ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.


ຢ່າ​ກິນ​ດິບ​ຫລື​ຢ່າ​ຕົ້ມ​ກິນ ແຕ່​ໃຫ້​ປີ້ງ​ກິນ​ທັງໝົດ​ຄື: ທັງ​ຫົວ, ທັງ​ຂາ ແລະ​ເຄື່ອງໃນ​ໄສ້​ພຸງ.


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.


ໃນ​ເວລາ​ເຈັດ​ວັນ​ນີ້ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອ​ແປ້ງ​ຢ່າງ​ເດັດຂາດ ແລະ​ທັງ​ຢ່າ​ໃຫ້​ມີ​ເຂົ້າຈີ່​ທີ່​ມີ​ເຊື້ອ​ແປ້ງ​ໃດໆ ຕາມ​ເຮືອນ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນັ້ນ.


ຢ່າ​ຖວາຍ​ເຂົ້າຈີ່​ມີ​ເຊື້ອແປ້ງ ເມື່ອ​ພວກເຈົ້າ​ຂ້າ​ສັດ​ຖວາຍບູຊາ​ແກ່​ເຮົາ. ໄຂມັນ​ສັດ​ທີ່​ຂ້າ​ຖວາຍ​ແກ່​ເຮົາ​ໃນ​ລະຫວ່າງ​ເທດສະການ​ສາມ​ປາງ​ນີ້ ບໍ່​ໃຫ້​ມີ​ເຫຼືອ​ຈົນ​ຮອດ​ຕອນເຊົ້າ​ຂອງ​ມື້​ໃໝ່.


ຢ່າ​ຖວາຍ​ເຂົ້າຈີ່​ມີ​ເຊື້ອແປ້ງ ເມື່ອ​ເຈົ້າ​ຂ້າ​ສັດ​ຖວາຍບູຊາ​ແກ່​ເຮົາ. ຢ່າ​ຮັກສາ​ຊີ້ນ​ສັດ​ສ່ວນໃດ​ສ່ວນໜຶ່ງ​ທີ່​ຂ້າ​ຖວາຍ​ໃນ​ເທດສະການ​ປັດສະຄາ ໄວ້​ຈົນ​ຮອດ​ຮຸ່ງ​ເຊົ້າ​ຂອງ​ມື້​ໃໝ່.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ແລ້ວ​ພວກ​ສາວົກ​ກໍ​ເຂົ້າໃຈ​ວ່າ ພຣະອົງ​ບໍ່ໄດ້​ເຕືອນ​ພວກເພິ່ນ​ໃຫ້​ລະວັງ​ເລື່ອງ​ເຊື້ອແປ້ງ​ໃນ​ເຂົ້າຈີ່, ແຕ່​ໃຫ້​ລະວັງ​ຄຳສັ່ງສອນ​ຂອງ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ.


ໃນ​ລະຫວ່າງ​ອາຫານ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ​ໂມທະນາ​ຂອບພຣະຄຸນ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ​ຍື່ນໃຫ້​ພວກ​ສາວົກ ໂດຍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຮັບ​ກິນ​ເຖີດ ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ.”


“ເຊື້ອແປ້ງ​ພຽງແຕ່​ນ້ອຍ​ດຽວ​ກໍ​ເຮັດ​ໃຫ້​ແປ້ງ​ນວດ​ທັງ​ກ້ອນ​ຟູ​ຂຶ້ນ.”


ຈົ່ງ​ຕົ້ມ​ຊີ້ນ​ກິນ​ໃນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ແລະ​ໃນ​ຕອນເຊົ້າ​ໃຫ້​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka