Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:6 - ພຣະຄຳພີສັກສິ

6 ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:6
34 Jak'a apnaqawi uñst'ayäwi  

ກະສັດ​ໂຢສີຢາ​ໄດ້​ສະຫລອງ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ; ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ, ເພິ່ນ​ໄດ້​ຂ້າ​ສັດ​ສຳລັບ​ການ​ສະຫລອງ.


ປະຊາຊົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໄດ້​ສະຫລອງ​ປັດສະຄາ ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃນ​ປີ​ຕໍ່ມາ.


ພວກເຈົ້າ​ຕ້ອງ​ສະຫລອງ​ວັນ​ນີ້​ເປັນ​ວັນ​ສຳຄັນ ເພື່ອ​ໃຫ້​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຈົ້າ. ຈົ່ງ​ສະຫລອງ​ວັນ​ນີ້​ຕະຫລອດໄປ.


ຈົ່ງ​ຖື​ຮັກສາ​ພິທີ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ນີ້​ໄວ້ ເພາະ​ໃນວັນນີ້​ເອງ ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ. ຈົ່ງ​ຖື​ວັນນີ້​ເປັນ​ວັນ​ສະຫລອງ​ປະຈຳ​ປີ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ​ຄົນ.


ໃນ​ຕອນ​ຄໍ່າ​ຂອງ​ມື້​ທີ​ສິບສີ່ ເດືອນ​ທີ​ໜຶ່ງ ຈົນເຖິງ​ຕອນ​ຄໍ່າ​ຂອງ​ມື້​ທີ​ຊາວເອັດ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ.


ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ສະຫລອງ​ເທດສະການ​ນີ້.


ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ເດີນທາງ​ອອກ​ຈາກ​ເອລິມ ແລະ​ໃນ​ມື້​ທີ​ສິບຫ້າ​ເດືອນ​ທີ​ສອງ​ຫລັງຈາກ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ຊຶ່ງ​ຢູ່​ລະຫວ່າງ​ເອລິມ​ແລະ​ພູເຂົາ​ຊີນາຍ.


“ເຮົາ​ໄດ້ຍິນ​ຊາວ​ອິດສະຣາເອນ​ຈົ່ມຮ້າຍ​ຕໍ່​ເຮົາ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ມື້​ແລງ​ນີ້​ພວກເຂົາ​ຈະ​ມີ​ຊີ້ນ​ກິນ ແລະ​ໃນ​ຕອນເຊົ້າ​ພວກເຂົາ​ຈະ​ມີ​ເຂົ້າຈີ່​ກິນ​ຕາມ​ຄວາມ​ຕ້ອງການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’


ຊາວ​ອິດສະຣາເອນ​ໄດ້​ຍົກຍ້າຍ​ໄປ​ຈາກ ເຣຟີດີມ ແລະ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຕີນ​ພູເຂົາ​ຊີນາຍ


ຈົ່ງ​ນຳ​ລູກແກະ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນເຊົ້າ ແລະ​ນຳ​ອີກ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນແລງ.


ສ່ວນ​ແກະ​ໂຕ​ທີ​ສອງ​ນັ້ນ ຈົ່ງ​ຖວາຍ​ໃນ​ຕອນແລງ​ພ້ອມ​ກັບ​ຍອດ​ແປ້ງ ນໍ້າມັນ​ໝາກກອກເທດ​ສົດ ແລະ​ເຫຼົ້າ​ອະງຸ່ນ​ໃນ​ອັດຕາ​ເທົ່າ​ກັນ​ກັບ​ທີ່​ຖວາຍ​ໃນ​ຕອນເຊົ້າ. ອັນ​ນີ້​ແມ່ນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ ແລະ​ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເປັນທີ່​ພໍໃຈ.


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ເລີ່ມ​ການ​ສະຫລອງ​ປັດສະຄາ. ໃຫ້​ທຸກຄົນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.


ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃຫ້ຖື​ເປັນ​ວັນ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.


ໃນ​ວັນ​ເລີ່ມຕົ້ນ​ຂອງ​ເທດສະການ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ຈົ່ງ​ໃຫ້​ພວກເຂົາ​ສະຫລອງ​ພິທີ​ນີ້​ໄດ້​ເດືອນ​ໜຶ່ງ​ຕໍ່ມາ ຄື​ໃນ​ຕອນແລງ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ສອງ ຈົ່ງ​ສະຫລອງ​ພິທີ​ນັ້ນ​ດ້ວຍ​ການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.


ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ​ໃຫ້​ປະຫານ​ພຣະເຢຊູເຈົ້າ.


ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ໂທດ​ເລື່ອງ​ຄວາມ​ຕາຍ​ຂອງ​ລາວ ຕົກ​ຖືກ​ພວກເຮົາ ແລະ​ລູກຫລານ​ຂອງ​ພວກເຮົາ.”


ພໍ​ຮຸ່ງ​ເຊົ້າ​ມາ ບັນດາ​ຫົວໜ້າ​ປະໂຣຫິດ, ພວກ​ເຖົ້າແກ່, ພວກ​ທຳມະຈານ ແລະ​ບັນດາ​ສະມາຊິກ​ສະພາ​ໄດ້​ປຶກສາ​ຫາລື​ກັນ​ແລ້ວ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ​ພາ​ໄປ​ມອບ​ໃຫ້​ປີລາດ.


ແຕ່​ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ຍຸຍົງ​ປະຊາຊົນ ເພື່ອ​ຂໍ​ໃຫ້​ປີລາດ​ປ່ອຍ​ບາຣາບາ​ແທນ​ພຣະເຢຊູເຈົ້າ.


ເມື່ອ​ພວກເຂົາ​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ນັ້ນ ແມ່ນ​ເວລາ​ເກົ້າ​ໂມງ​ເຊົ້າ.


ປະຊາຊົນ​ໄດ້​ຂຶ້ນ​ໄປ​ຫາ​ປີລາດ ຕັ້ງຕົ້ນ​ຂໍ​ໃຫ້​ເພິ່ນ​ເຮັດ​ຕາມ​ທີ່​ເຄີຍ​ໄດ້​ປະຕິບັດ​ມາ


ແລ້ວ​ທີ່​ປະຊຸມ​ທັງໝົດ​ໄດ້​ລຸກ​ຂຶ້ນ ແລະ​ຄຸມ​ຕົວ​ພຣະເຢຊູເຈົ້າ​ໄປ​ຫາ​ປີລາດ.


ປະຊາຊົນ​ທັງໝົດ​ຮ້ອງ​ຂຶ້ນ​ພ້ອມ​ກັນ​ວ່າ, “ເອົາ​ມັນ​ໄປ​ຂ້າ​ເສຍ ແລ້ວ​ຈົ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຮົາ.” (


ໂດຍ​ສອດຄ່ອງ​ກັບ​ແຜນການ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ໄດ້​ກຳນົດ​ຄາດໝາຍ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ​ວ່າ ພຣະເຢຊູເຈົ້າ​ຈຳຕ້ອງ​ຖືກ​ມອບ​ໃຫ້​ພວກທ່ານ ແລະ​ພວກທ່ານ​ໄດ້​ມອບ​ໃຫ້​ບັນດາ​ຄົນ​ນອກ​ສາສະໜາ ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ແລະ​ປະຫານ​ຊີວິດ​ເສຍ.


ແຕ່​ພວກທ່ານ​ຍັງ​ໄດ້​ປະຕິເສດ​ພຣະອົງ ຜູ້​ບໍຣິສຸດ​ແລະ​ຊອບທຳ, ແຕ່​ຂໍຮ້ອງ​ປີລາດ​ໃຫ້​ເຮັດ​ຕາມ​ໃຈ​ພວກທ່ານ ໂດຍ​ໃຫ້​ເພິ່ນ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງຫລາຍ.


ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka