Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:51 - ພຣະຄຳພີສັກສິ

51 ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:51
25 Jak'a apnaqawi uñst'ayäwi  

ໂຢເຊັບ​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ວ່າ, “ຂ້ອຍ​ໃກ້​ຈະ​ສິ້ນໃຈ​ຕາຍ​ແລ້ວ, ແຕ່​ພຣະເຈົ້າ​ຈະ​ຮັກສາ​ພວກເຈົ້າ​ຢ່າງ​ແນ່ນອນ ແລະ​ພຣະອົງ​ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ນີ້ ຄືນ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”


ຫລັງຈາກ​ທີ່​ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ເປັນ​ເວລາ​ສີ່ຮ້ອຍ​ແປດສິບ​ປີ​ແລ້ວ ໃນ​ຣາຊການ​ປີ​ທີ​ສີ່ ຂອງ​ກະສັດ​ໂຊໂລໂມນ​ແຫ່ງ​ຊາດ​ອິດສະຣາເອນ ຄື​ເດືອນ​ທີ​ສອງ​ອັນ​ກົງ​ກັບ​ເດືອນ​ຊີເຟ ​ເພິ່ນ​ໄດ້​ເລີ່ມຕົ້ນ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ໄດ້​ເອົາ​ຊະນະ​ກອງທັບ​ຂອງ​ຊາວ​ເອທີໂອເປຍ ເມື່ອ​ອາສາ ແລະ​ກອງທັບ​ຊາວ​ຢູດາ​ບຸກໂຈມຕີ​ພວກເຂົາ. ພວກເຂົາ​ໄດ້​ປົບໜີໄປ


ເມື່ອ​ປະຊາຊົນ​ອິດສະຣາເອນ​ອອກ ມາ​ຈາກ​ເອຢິບ ເມື່ອ​ເຊື້ອສາຍ​ຢາໂຄບ ອອກ​ໜີ​ຈາກ​ດິນແດນ​ຄົນຕ່າງຊາດ.


ພຣະອົງ​ໄດ້​ນຳ​ຄົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຕາມ​ກົດລະບຽບ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ແລະ​ອາໂຣນ​ທຸກປະການ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ເດີນທາງ​ອອກ​ຈາກ​ເອລິມ ແລະ​ໃນ​ມື້​ທີ​ສິບຫ້າ​ເດືອນ​ທີ​ສອງ​ຫລັງຈາກ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ຊຶ່ງ​ຢູ່​ລະຫວ່າງ​ເອລິມ​ແລະ​ພູເຂົາ​ຊີນາຍ.


ຊາວ​ອິດສະຣາເອນ​ໄດ້​ຍົກຍ້າຍ​ໄປ​ຈາກ ເຣຟີດີມ ແລະ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຕີນ​ພູເຂົາ​ຊີນາຍ


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


ແມ່ນ​ອາໂຣນ ແລະ​ໂມເຊ​ນີ້​ເອງ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ວ່າ, “ຈົ່ງ​ນຳພາ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ.”


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ປະເທດ​ເອຢິບ​ຢ່າງໜັກ ແລະ​ຈະ​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ.


ເພື່ອ​ເຊື້ອສາຍ​ຂອງ​ພວກເຈົ້າ​ຈະ​ຮູ້​ວ່າ ເຮົາ​ໄດ້​ໃຫ້​ປະຊາຊົນ​ອິດສະຣາເອນ ຢູ່​ຕາມ​ຕູບ​ແບບ​ປຸກ​ງ່າຍໆ ສະໄໝ​ທີ່​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ໂດຍ​ພາ​ພວກເຈົ້າ​ຜ່ານ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ; ແລະ​ເຮົາ​ໄດ້​ມອບ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ.


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ.


ພຣະເຈົ້າ​ໄດ້​ນຳ​ພວກເຂົາ​ອອກ ມາ​ຈາກ​ປະເທດ​ເອຢິບ ພຣະອົງ​ສູ້ຮົບ​ຕາງ​ພວກເຂົາ​ລຽນຕິດ ດັ່ງ​ກຳລັງ​ຂອງ​ຄວາຍປ່າ.


“ຈົ່ງ​ຈົດ​ບັນຊີ​ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ.” ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ​ໂມເຊ. ຊາວ​ອິດສະຣາເອນ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ມີ​ດັ່ງນີ້:


ເລື່ອງລາວ​ຕໍ່ໄປນີ້​ແມ່ນ​ຊື່​ບ່ອນ​ຕ່າງໆ ຊຶ່ງ​ຊາວ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຕາມ​ເຜົ່າ​ຂອງ​ໃຜ​ລາວ ພາຍໃຕ້​ການ​ນຳພາ​ຂອງ​ໂມເຊ​ແລະ​ອາໂຣນ.


ພຣະເຈົ້າ​ແຫ່ງ​ປະຊາຊົນ​ອິດສະຣາເອນ ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ພວກເພິ່ນ​ຈະເລີນ​ມີ​ກຽດ​ຫລາຍ​ຂຶ້ນ ຂະນະທີ່​ພວກເພິ່ນ​ຢູ່​ປະເທດ​ເອຢິບ ໃນ​ຖານະ​ຄົນ​ຕ່າງດ້າວ, ພຣະເຈົ້າ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ


“ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ການ​ສະຫລອງ​ປັດສະຄາ​ໃນ​ເດືອນ​ອາບີບ; ມັນ​ແມ່ນ​ໃນ​ຄືນ​ໜຶ່ງ​ຂອງ​ເດືອນ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ເພາະ​ພຣະອົງ​ໄດ້​ຮັກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະອົງ​ຈຶ່ງ​ເລືອກ​ເອົາ​ພວກເຈົ້າ ແລະ​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຕໍ່ມາ ເຮົາ​ໄດ້​ໃຊ້​ໂມເຊ​ແລະ​ອາໂຣນ​ໄປ ແລະ​ເຮົາ​ໄດ້​ນຳ​ເອົາ​ໄພພິບັດ​ອັນ​ໃຫຍ່ຫລວງ​ໄປ​ສູ່​ປະເທດ​ເອຢິບ. ແຕ່​ເຮົາ​ໄດ້​ນຳ​ເອົາ​ພວກເຈົ້າ​ອອກ​ມາ;


ເຖິງ​ແມ່ນ​ວ່າ ພວກເຈົ້າ​ຮູ້​ຂໍ້​ຄວາມ​ເຫຼົ່ານີ້​ດີ​ແລ້ວ​ກໍຕາມ ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ​ອົງພຣະ​ຜູ້​ເປັນເຈົ້າ ທີ່​ໄດ້​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ປະເທດ​ເອຢິບ​ຢ່າງ​ໃດ, ແຕ່​ຫລັງຈາກ​ນັ້ນ​ມາ​ໄດ້​ທຳລາຍ​ຄົນ​ເຫຼົ່ານີ້ ທີ່​ບໍ່​ເຊື່ອ​ໃນ​ພຣະອົງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka