Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:48 - ພຣະຄຳພີສັກສິ

48 ແຕ່​ຢ່າ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຮ່ວມ​ກິນ​ນຳ. ຖ້າ​ຄົນຕ່າງຊາດ​ຜູ້ໜຶ່ງ​ໃນ​ທ່າມກາງ​ພວກເຂົາ​ຢາກ​ຈະ​ຈັດ​ປັດສະຄາ ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຜູ້ນັ້ນ​ຮັບ​ພິທີຕັດ​ເສຍ​ກ່ອນ. ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີ​ນີ້​ໄດ້ ໂດຍ​ຮັບ​ການ​ປະຕິບັດ​ເໝືອນ​ກັບ​ວ່າ ຕົນ​ເປັນ​ຊາວ​ອິດສະຣາເອນ​ມາ​ແຕ່​ກຳເນີດ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:48
12 Jak'a apnaqawi uñst'ayäwi  

ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ຈົ່ງ​ເຮັດ​ພິທີຕັດ ມັນ​ຈະ​ເປັນ​ໝາຍສຳຄັນ ລະຫວ່າງ​ເຮົາ​ກັບ​ເຈົ້າ


ຜູ້ຊາຍ​ທຸກຄົນ​ເມື່ອ​ເຂົາ​ອາຍຸ​ໄດ້​ແປດ​ວັນ. ໃຫ້​ເຮັດ​ພິທີຕັດ ລວມ​ທັງ​ຄົນ​ຮັບໃຊ້​ຜູ້​ທີ່​ເກີດ​ໃນ​ຄອບຄົວ​ຂອງ​ເຈົ້າ ແລະ​ຜູ້​ທີ່​ຖືກ​ຊື້​ມາ​ຈາກ​ຊາວ​ຕ່າງດ້າວ. ການ​ກະທຳ​ເຊັ່ນນີ້ ຈະ​ສະແດງ​ເຖິງ​ພັນທະສັນຍາ​ລະຫວ່າງ​ເຈົ້າ​ກັບ​ເຮົາ.


ໃນ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ. ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ ບໍ່​ວ່າ​ເປັນ​ຄົນ​ຕ່າງດ້າວ ຫລື​ເປັນ​ຄົນ​ອິດສະຣາເອນ​ກໍຕາມ ລາວ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, “ຕໍ່ໄປນີ້ ແມ່ນ​ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ ຄື​ຢ່າ​ໃຫ້​ຄົນຕ່າງຊາດ​ຮ່ວມ​ກິນ​ປັດສະຄາ


ເມື່ອ​ຊາວ​ອິດສະຣາເອນ ຫລື​ຊາວ​ຕ່າງດ້າວ​ຄົນໜຶ່ງ​ຄົນໃດ​ທີ່​ອາໄສ​ຢູ່​ໃນ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ ຫັນໜີ​ຈາກ​ເຮົາ​ໄປ​ຂາບໄຫວ້​ຮູບເຄົາຣົບ; ແລະ​ຕໍ່ມາ​ໄປ​ປຶກສາ​ຫາລື​ນຳ​ຜູ້ທຳນວາຍ​ຜູ້ໜຶ່ງ ເມື່ອນັ້ນ​ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ໃຫ້​ຄຳຕອບ​ຂອງເຮົາ​ແກ່​ພວກເຂົາ​ເອງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ ບໍ່ມີ​ຄົນຕ່າງຊາດ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຜູ້ໜຶ່ງ​ຜູ້ໃດ ຄື​ຜູ້​ທີ່​ບໍ່​ເຊື່ອຟັງ​ເຮົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງເຮົາ ແມ່ນແຕ່​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ກໍຕາມ ພວກເຂົາ​ຈະ​ເຂົ້າ​ໄປ​ບໍ່ໄດ້​ເດັດຂາດ.”


ມັນ​ເປັນ​ກຳມະສິດ​ອັນ​ຖາວອນ​ຂອງ​ພວກເຈົ້າ. ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ຜູ້​ທີ່​ມີ​ລູກ​ເກີດ​ໃນ​ທີ່​ນີ້ ກໍ​ມີ​ສ່ວນ​ໃນ​ດິນແດນ​ນີ້​ຄືກັນ​ເມື່ອ​ເຈົ້າ​ແບ່ງປັນ​ດິນແດນ. ໃຫ້​ຖື​ພວກເຂົາ​ເປັນ​ພົນລະເມືອງ​ອິດສະຣາເອນ​ຢ່າງ​ເຕັມ​ສ່ວນ ແລະ​ໃຫ້​ພວກເຂົາ​ໃຊ້​ສະຫລາກ​ເອົາ​ສ່ວນ​ດິນແດນ​ກັບ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ.


ຈົ່ງ​ເຮັດ​ກັບ​ພວກເຂົາ​ເໝືອນ​ເຮັດ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ແລະ​ຈົ່ງ​ຮັກ​ພວກເຂົາ​ເໝືອນ​ຮັກ​ພວກເຈົ້າ​ເອງ. ຈົ່ງ​ຈຳ​ໄວ້​ວ່າ ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ດິນແດນ​ຂອງ​ຊາວ​ເອຢິບ​ມາ​ຄັ້ງ​ໜຶ່ງ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຖ້າ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຫາກ​ຢາກ​ຖື​ປັດສະຄາ​ຂອງ​ພຣະເຈົ້າຢາເວ ເຂົາ​ຕ້ອງ​ຖື​ຕາມ​ລະບຽບ​ການ​ແລະ​ກົດເກນ​ທຸກຢ່າງ. ຈົ່ງ​ໃຊ້​ກົດບັນຍັດ​ນີ້​ສຳລັບ​ທຸກໆ​ຄົນ ບໍ່​ວ່າ​ເປັນ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ກໍຕາມ.”


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka