Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:42 - ພຣະຄຳພີສັກສິ

42 ຄືນ​ວັນນັ້ນ ເປັນ​ຄືນ​ທີ່​ຄວນ​ຈົດຈຳ​ໄວ້​ເປັນ​ທີ່ລະນຶກ​ອັນ​ຍິ່ງໃຫຍ່​ເຖິງ​ພຣະເຈົ້າຢາເວ ເພາະ​ໄດ້​ຊົງ​ນຳພາ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ. ຄືນ​ວັນນັ້ນ ຈຶ່ງ​ເປັນ​ຄືນ​ຂອງ​ພຣະເຈົ້າຢາເວ​ທີ່​ຊາວ​ອິດສະຣາເອນ​ທັງໝົດ​ຖື​ເປັນ​ທີ່ລະນຶກ​ຕະຫລອດ​ຊົ່ວອາຍຸ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:42
6 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ນຳ​ຄົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພວກເຈົ້າ​ຕ້ອງ​ສະຫລອງ​ວັນ​ນີ້​ເປັນ​ວັນ​ສຳຄັນ ເພື່ອ​ໃຫ້​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຈົ້າ. ຈົ່ງ​ສະຫລອງ​ວັນ​ນີ້​ຕະຫລອດໄປ.


ຈົ່ງ​ສະຫລອງ​ເທດສະການ​ນີ້​ທຸກໆ​ປີ​ເມື່ອ​ກຳນົດ​ມາ​ເຖິງ.”


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.


ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka