Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:39 - ພຣະຄຳພີສັກສິ

39 ພວກເຂົາ​ໄດ້​ເອົາ​ກ້ອນ​ເຂົ້າຈີ່​ດິບ​ທີ່​ນຳ​ມາ​ຈາກ​ປະເທດ​ເອຢິບ ຊຶ່ງ​ຍັງ​ບໍ່​ທັນ​ໃສ່​ເຊື້ອແປ້ງ​ເທື່ອນັ້ນ ປີ້ງ​ກິນ​ເປັນ​ອາຫານ. ຍ້ອນ​ວ່າ​ພວກເຂົາ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ປະເທດ​ເອຢິບ​ຢ່າງ​ກະທັນຫັນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ຕຽມ​ອາຫານ ຫລື​ເຮັດ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໄວ້​ກິນ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:39
5 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ນຳ​ການ​ລົງໂທດ​ອີກ​ຢ່າງ​ໜຶ່ງ​ເທົ່ານັ້ນ ມາ​ສູ່​ກະສັດ​ຟາໂຣ ແລະ​ປະຊາຊົນ​ຂອງ​ລາວ. ຫລັງຈາກ​ນັ້ນ​ລາວ​ຈະ​ປ່ອຍ​ພວກເຈົ້າ​ໄປ. ຕາມ​ຄວາມຈິງ​ແລ້ວ ລາວ​ຈະ​ໄລ່​ພວກເຈົ້າ​ທຸກຄົນ​ໃຫ້​ອອກ​ໄປ​ຈາກ​ທີ່​ນີ້.


ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຈັດຕຽມ​ເອົາ​ແປ້ງ​ດິບ​ທີ່​ບໍ່ທັນ​ມີ​ເຊື້ອແປ້ງ​ເທື່ອ ພ້ອມ​ດ້ວຍ​ຮາງ​ນວດ​ແປ້ງ​ຫໍ່​ໃສ່​ເສື້ອຄຸມ​ຊັ້ນນອກ​ແບກ​ໄປ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂມເຊ​ວ່າ, “ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ຕໍ່​ກະສັດ​ຟາໂຣ. ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ. ຕາມ​ຄວາມຈິງ​ແລ້ວ ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຂອງ​ລາວ.”


ພຣະເຢຊູເຈົ້າ​ຍັງ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ເຊື້ອແປ້ງ ທີ່​ຍິງ​ຜູ້ໜຶ່ງ​ໄດ້​ນຳ​ເອົາ​ໄປ​ປົນ​ໃສ່​ແປ້ງ​ສາມ​ຜອງ​ໃຫຍ່ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka