Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:3 - ພຣະຄຳພີສັກສິ

3 ຈົ່ງ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ວ່າ: ໃນ​ມື້​ທີ​ສິບ​ຂອງ​ເດືອນ​ນີ້​ໃຫ້​ຊາຍ​ທຸກຄົນ​ໃນ​ແຕ່ລະ​ຄອບຄົວ ເລືອກ​ເອົາ​ລູກແກະ​ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ໄວ້.

Uka jalj uñjjattʼäta Copia luraña




ອົບພະຍົບ 12:3
26 Jak'a apnaqawi uñst'ayäwi  

ອັບຣາຮາມ​ຕອບ​ວ່າ, “ພຣະເຈົ້າ​ຈະ​ຈັດ​ຫາ​ໃຫ້​ເອງ.” ແລ້ວ​ສອງ​ພໍ່​ລູກ​ກໍ​ຍ່າງ​ຕໍ່ໄປ.


ສ່ວນ​ອາເບັນ​ນັ້ນ ລາວ​ເອົາ​ລູກແກະເຖິກ​ຫົວປີ​ໂຕໜຶ່ງ​ໃນ​ຝູງ​ມາ​ຂ້າ ແລະ​ເອົາ​ສ່ວນ​ທີ່ດີ​ທີ່ສຸດ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ພຣະອົງ​ພໍໃຈ​ໃນ​ການຖວາຍ​ຂອງ​ອາເບັນ,


ເພື່ອ​ໃຫ້​ປະຊາຊົນ​ໃຊ້​ສຳລັບ​ສະຫລອງ​ປັດສະຄາ ກະສັດ​ໂຢສີຢາ​ໄດ້​ບໍລິຈາກ​ສັດ​ຈາກ​ຝູງສັດ​ຂອງ​ເພິ່ນ ມີ​ດັ່ງນີ້: ລູກແກະ​ແລະ​ລູກ​ແບ້ເຖິກ​ສາມສິບພັນ​ໂຕ ແລະ​ງົວເຖິກ​ສາມພັນ​ໂຕ.


“ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ.


ໂມເຊ​ໄດ້​ເອີ້ນ​ບັນດາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ມາ​ຮ່ວມ​ປະຊຸມ​ກັນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄປ​ເລືອກ​ເອົາ​ລູກແກະ ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ມາ​ຂ້າ ເພື່ອ​ເປັນ​ການ​ສະຫລອງ​ປັດສະຄາ.


ຖ້າ​ຄອບຄົວ​ໃດ​ມີ​ໜ້ອຍ​ຄົນ​ທີ່​ຈະ​ກິນ​ສັດ​ໂຕໜຶ່ງ​ບໍ່​ໝົດ ກໍ​ໃຫ້​ພວກເຂົາ​ລວມ​ກັບ​ເພື່ອນບ້ານ​ທີ່​ຢູ່​ໃກ້ຄຽງ​ກິນ​ສັດ​ໂຕໜຶ່ງ ໂດຍ​ໃຫ້​ຄິດໄລ່​ຕາມ​ຈຳນວນ​ຄົນ ແລະ​ຄວາມ​ສາມາດ​ຂອງ​ແຕ່ລະຄົນ​ທີ່​ຈະ​ກິນ​ໄດ້​ເທົ່າ​ໃດ.


ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ຈຶ່ງ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ? ບອກ​ປະຊາຊົນ​ມຸ້ງໜ້າ​ຕໍ່ໄປ.


ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”


ອາໂຣນ​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ແກ່​ໂມເຊ​ສູ່​ພວກເຂົາ​ຟັງ ແລ້ວ​ໂມເຊ​ກໍ​ກະທຳ​ການ​ອັດສະຈັນ​ຕ່າງໆ​ໃຫ້​ປະຊາຊົນ​ເຫັນ​ຕໍ່ໜ້າຕໍ່ຕາ.


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ຂຶ້ນ​ປີໃໝ່ ຊຶ່ງ​ເປັນ​ປີທີ​ຊາວຫ້າ ຫລັງຈາກ​ທີ່​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ອັນ​ກົງ​ກັບ​ປີ​ທີ​ຊາວສີ່​ຫລັງຈາກ​ທີ່​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້. ໃນ​ມື້​ນັ້ນ ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ.


ໃຫ້​ໄປ​ບອກ​ຊາວ​ອິດສະຣາເອນ ປະຕິບັດ​ຕາມ​ລະບຽບການ​ດັ່ງ​ຕໍ່ໄປນີ້: ເມື່ອ​ພວກເຂົາ​ມີ​ການ​ຖວາຍບູຊາ. ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຕ້ອງການ​ຖວາຍ​ສັດ​ໂຕໜຶ່ງ​ໃນ​ຝູງ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອາດ​ຈະ​ເປັນ​ງົວ ຫລື​ແກະ ຫລື​ແບ້​ກໍຕາມ.


ແລະ​ເພື່ອ​ເປັນ​ການ​ໄຖ່​ໂທດ​ສຳລັບ​ບາບ​ນັ້ນ ລາວ​ຕ້ອງ​ນຳ​ແກະແມ່​ຫລື​ແບ້​ແມ່​ໂຕໜຶ່ງ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ປະໂຣຫິດ​ຈະ​ເປັນ​ຜູ້​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ລາວ.


ໃຫ້​ປະຕິບັດ​ດັ່ງນີ້ ເມື່ອ​ຖວາຍ​ບູຊາ​ງົວເຖິກ​ຫລື​ແບ້, ແກະເຖິກ, ລູກແກະ​ຫລື​ລູກ​ແບ້​ໜຸ່ມ.


ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ


ເມື່ອ​ເພິ່ນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ໄປ ຈຶ່ງ​ກ່າວ​ວ່າ, “ຫັ້ນ​ເດ ລູກແກະ​ຂອງ​ພຣະເຈົ້າ.”


ຫົກ​ວັນ​ກ່ອນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ເຖິງ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.


ວັນ​ຕໍ່ມາ ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ໃນ​ເທດສະການ​ປັດສະຄາ ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ເຂົ້າ​ມາ​ໃນ​ນະຄອນ​ເຢຣູຊາເລັມ.


ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.


ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ​ໃນ​ມື້ອື່ນ​ເຊົ້າ ພວກເຂົາ​ຈະ​ຖືກ​ນຳ​ອອກ​ມາ​ຂ້າງໜ້າ ເປັນເຜົ່າ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ເຜົ່າໃດ​ແລ້ວ ໃຫ້​ຄົນ​ໃນ​ເຜົ່ານັ້ນ​ເຂົ້າ​ມາ​ເປັນ​ຕະກຸນ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ຕະກຸນ​ໃດ​ແລ້ວ ໃຫ້​ຄົນ​ໃນ​ຕະກຸນ​ນັ້ນ​ເຂົ້າ​ມາ​ເປັນ​ຄອບຄົວ. ຖ້າ​ພຣະເຈົ້າຢາເວ​ຄັດ​ເອົາ​ຄອບຄົວ​ໃດ​ແລ້ວ ໃຫ້​ຄົນ​ໃນ​ຄອບຄົວ​ນັ້ນ​ອອກ​ມາ​ຂ້າງ​ໜ້າ​ເທື່ອ​ລະ​ຄົນ.


ບັນດາ​ຄົນ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ບູຊາ​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ຊົງ​ສ້າງ​ໂລກ ຄື​ທະບຽນ​ພຣະ​ເມສານ້ອຍ​ທີ່​ຊົງ​ຖືກ​ຂ້າ​ເສຍ​ນັ້ນ.


ຊາມູເອນ​ຂ້າ​ແກະໜຸ່ມ​ໂຕໜຶ່ງ ແລະ​ເຜົາ​ທັງ​ໂຕ​ຖວາຍ​ແກ່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ​ໂຜດ​ຊ່ວຍເຫລືອ​ຊາດ​ອິດສະຣາເອນ ແລະ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka