26 ເມື່ອພວກລູກຫລານຖາມວ່າ, ‘ພິທີນີ້ມີຄວາມໝາຍວ່າຢ່າງໃດ?’
ຈົ່ງໃຫ້ຄົນຊົ່ວອາຍຸນີ້ເວົ້າເຖິງພຣະຣາຊກິດຂອງພຣະອົງສູ່ຄົນອີກຊົ່ວອາຍຸໜຶ່ງຟັງ ແລະປະກາດກິດຈະການອັນຍິ່ງໃຫຍ່ທີ່ໄດ້ຊົງກະທຳນັ້ນ.
ຂ້າແດ່ພຣະເຈົ້າ ພວກຂ້ານ້ອຍໄດ້ຍິນຄຳເວົ້າດ້ວຍຫູຂອງຕົນເອງ ປູ່ຍ່າຕາຍາຍຂອງພວກຂ້ານ້ອຍກໍໄດ້ບອກເຖິງເລື່ອງນີ້ ຄືໃນຄາວຂອງພວກເພິ່ນນັ້ນພຣະອົງໄດ້ເຮັດສິ່ງຍິ່ງໃຫຍ່ຫລາຍ ເປັນເຫດການທີ່ຜ່ານມາແຕ່ດົນນານແລ້ວ:
ແລ້ວພວກເຈົ້າກໍຈະໄດ້ເລົ່າສູ່ພວກລູກຫລານຟັງວ່າ ເຮົາໄດ້ກະທຳໃຫ້ຊາວເອຢິບໂງ່ງ່າວພຽງໃດ ເມື່ອເຮົາໄດ້ເຮັດການອັດສະຈັນຕ່າງໆເຫຼົ່ານັ້ນ. ພວກເຈົ້າທຸກຄົນຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.”
ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາວ່າ ຈະມອບໃຫ້ພວກເຈົ້ານັ້ນ ພວກເຈົ້າຕ້ອງໄດ້ຈັດພິທີນີ້ຂຶ້ນ.
ຕະຫລອດການເດີນທາງນັ້ນ ເສົາເມກໄດ້ຊີ້ທາງໃນເວລາກາງເວັນ ແລະເສົາໄຟໄດ້ຊີ້ທາງໃນເວລາກາງຄືນ.
ແມ່ນຜູ້ທີ່ມີຊີວິດຢູ່ເທົ່ານັ້ນທີ່ສັນລະເສີນພຣະອົງ ດັ່ງທີ່ຂ້ານ້ອຍສັນລະເສີນພຣະອົງຢູ່ດຽວນີ້. ດັ່ງພໍ່ແມ່ບອກສອນພວກລູກໆຂອງຕົນ ເຖິງຄວາມສັດຊື່ຂອງພຣະອົງໃຫ້ເຂົາໄດ້ຮູ້.
ຝ່າຍພໍ່ແມ່ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ ແຕ່ຈົ່ງອົບຮົມສັ່ງສອນພວກເຂົາຕາມລະບຽບ ແລະຫລັກຄຳສັ່ງສອນທຸກຢ່າງຂອງອົງພຣະຜູ້ເປັນເຈົ້າ.
ຈົ່ງສັ່ງສອນລູກຫລານໃຫ້ຮໍ່າຮຽນເອົາ. ຈົ່ງກ່າວຕໍ່ພວກເຂົາເຖິງກົດບັນຍັດເຫຼົ່ານີ້ ບໍ່ວ່າເມື່ອພວກເຈົ້າຢູ່ໃນເຮືອນຫຼືເມື່ອຈາກບ້ານໄປກໍດີ ເມື່ອພວກເຈົ້ານອນພັກຜ່ອນຫຼືເມື່ອພວກເຈົ້າລຸກຂຶ້ນກໍດີ.
ຈົ່ງລະນຶກເຖິງອະດີດ ເວລານານຜ່ານມາ; ຖາມເບິ່ງບັນດາບິດາ ໃຫ້ເລົ່າສິ່ງທີ່ໄດ້ເກີດມາ ສູ່ຟັງເບິ່ງ ຖາມເບິ່ງພວກຄົນເຖົ້າ ຄົນຊາຣາທີ່ເກີດກ່ອນ; ບອກເພິ່ນຢ້ອນເລົ່າເລື່ອງ ໃນອະດີດສູ່ຟັງແດ່ແມ
ໃນພາຍໜ້າ ພວກລູກຫລານຂອງພວກເຈົ້າຈະຖາມວ່າ, ‘ດ້ວຍເຫດໃດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງສັ່ງໃຫ້ເຊື່ອຟັງກົດບັນຍັດເຫຼົ່ານີ້?’
ຈົ່ງສັ່ງສອນລູກຫຼານຂອງພວກເຈົ້າໃຫ້ຮຽນຮູ້ເອົາ. ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ ບໍ່ວ່າເມື່ອຢູ່ໃນເຮືອນຫລືທຽວທາງກໍດີ ເມື່ອພັກຜ່ອນຫລືເຮັດວຽກກໍດີ.