23 ເມື່ອພຣະເຈົ້າຢາເວຜ່ານດິນແດນເອຢິບໄປ ເພື່ອຂ້າຊາວເອຢິບນັ້ນ ພຣະເຈົ້າຢາເວຈະເຫັນເລືອດທີ່ທາອ້ອມຂອບໄມ້ວົງປະຕູ ແລະຈະບໍ່ໃຫ້ທູດແຫ່ງຄວາມຕາຍ ເຂົ້າໄປໃນເຮືອນ ແລະປະຫານພວກເຈົ້າ.
ໃນຂະນະທີ່ເທວະດາເກືອບຈະທຳລາຍນະຄອນເຢຣູຊາເລັມນັ້ນ ພຣະເຈົ້າຢາເວປ່ຽນໃຈເຖິງການລົງໂທດປະຊາຊົນ. ພຣະອົງສັ່ງເທວະດາທີ່ກຳລັງຂ້າພວກເຂົາຢູ່ນັ້ນວ່າ, “ຢຸດ! ສໍ່ານີ້ກໍພໍແລ້ວ.” ໃນຂະນະນັ້ນ ເທວະດາຂອງພຣະເຈົ້າຢາເວກຳລັງຢືນຢູ່ໃກ້ກັບລານຟາດເຂົ້າຂອງອາໂຣນາ ຊາວເຢບຸດ.
ຂ້ານ້ອຍຢາກໃຫ້ຖືກເຊື່ອງໄວ້ທີ່ໂລກຄົນຕາຍ ຄືເຊື່ອງຂ້ານ້ອຍໄວ້ໃນແດນມໍຣະນາພຸ້ນ; ຈົນໃຫ້ເຖິງວັນທີ່ພຣະອົງເຊົາໂກດຮ້າຍຂ້ານ້ອຍ ຊຶ່ງພຣະອົງຈະຈົດຈຳຂ້ານ້ອຍໄດ້ຄືເກົ່າ.
ແລ້ວໂມເຊກໍໄດ້ກ່າວຕໍ່ກະສັດຟາໂຣວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ‘ໃນຕອນປະມານທ່ຽງຄືນ ເຮົາຈະຜ່ານໄປທົ່ວປະເທດເອຢິບ
ຈົ່ງໃຫ້ປະຊາຊົນເອົາເລືອດບາງສ່ວນທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນ ບ່ອນທີ່ກິນສັດນັ້ນຄື: ໃຫ້ທາຂ້າງຊ້າຍ, ຂ້າງຂວາ ແລະຂ້າງເທິງ.
ປະຊາຊົນຂອງເຮົາເອີຍ ຈົ່ງເມືອເຮືອນຂອງພວກເຈົ້າແລະອັດປະຕູໄວ້ສາ. ຈົ່ງຊ້ອນຕົວພວກເຈົ້າໄວ້ຊົ່ວໄລຍະໜຶ່ງ ຈົນກວ່າພຣະເຈົ້າເຊົາໂກດຮ້າຍ.
ຕໍ່ມາ ເທວະດາຕົນໜຶ່ງຂອງພຣະເຈົ້າຢາເວໄດ້ເຂົ້າໄປ ທີ່ຄ້າຍພັກຂອງກອງທັບອັດຊີເຣຍ ແລະຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ. ພໍເຊົ້າຂອງວັນໃໝ່ ພວກເຂົາທັງໝົດກໍນອນຕາຍເດຍລະດາດຢູ່ທີ່ນັ້ນ
“ຈົ່ງໄປທົ່ວນະຄອນເຢຣູຊາເລັມ ແລະເຮັດເຄື່ອງໝາຍໃສ່ໜ້າຜາກທຸກຄົນທີ່ທຸກໃຈແລະເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນໃນເມືອງນີ້ໄດ້ເຮັດຂຶ້ນ.”
ຈົ່ງຂ້າຄົນເຖົ້າ, ຊາຍໜຸ່ມ, ຍິງໜຸ່ມ, ບັນດາແມ່ ແລະພວກເດັກນ້ອຍ. ແຕ່ຢ່າແຕະຕ້ອງຜູ້ໃດທີ່ມີເຄື່ອງໝາຍທີ່ໜ້າຜາກ. ຈົ່ງເລີ່ມແຕ່ພຣະວິຫານຂອງເຮົາໄປ.” ສະນັ້ນ ພວກເຂົາຈຶ່ງໄດ້ເລີ່ມສັງຫານບັນດາຜູ້ປົກຄອງທີ່ກຳລັງຢືນຢູ່ໃນພຣະວິຫານ.
ພວກເຈົ້າຢ່າຈົ່ມ ດັ່ງທີ່ບາງຄົນໃນພວກນັ້ນໄດ້ຈົ່ມ ແລະພວກເຂົາກໍຖືກທຳລາຍດ້ວຍເພັດຊະຄາດ.
ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ຖືເທດສະການປັດສະຄາ ແລະພິທີຊິດເລືອດ ເພື່ອວ່າທູດແຫ່ງຄວາມຕາຍຈະບໍ່ປະຫານຊີວິດ ບັນດາລູກກົກຂອງຊາວອິດສະຣາເອນ.
ມາເຖິງພຣະເຢຊູເຈົ້າ ຜູ້ຊົງເປັນຜູ້ກາງຝ່າຍພັນທະສັນຍາໃໝ່ ແລະມາເຖິງພຣະໂລຫິດຊຶ່ງຊິດໃສ່ແລ້ວ ທີ່ມີສຽງຮ້ອງອັນດີກວ່າເລືອດຂອງອາເບັນອີກ.
ເທວະດາຕົນນັ້ນກ່າວວ່າ, “ຢ່າທຳລາຍແຜ່ນດິນ ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະປະທັບຕາ ໃສ່ໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາເສຍກ່ອນ.”
ພຣະເຈົ້າຊົງຫ້າມມັນບໍ່ໃຫ້ມັນທຳລາຍຫຍ້າເທິງແຜ່ນດິນໂລກ ສິ່ງຂຽວສົດ ຫລືຕົ້ນໄມ້ໃດໆ, ແຕ່ໃຫ້ທຳລາຍຄົນເຫຼົ່ານັ້ນ ທີ່ບໍ່ມີຕາປະທັບຂອງພຣະເຈົ້າທີ່ໜ້າຜາກຂອງພວກເຂົາເທົ່ານັ້ນ.