Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:22 - ພຣະຄຳພີສັກສິ

22 ຈົ່ງ​ເອົາ​ໃບ​ຫູສົບ​ມັດ​ໜຶ່ງ​ຈຸ່ມ​ລົງ​ໃນ​ຂັນ ທີ່​ມີ​ເລືອດ​ແລະ​ທາ​ເລືອດ​ນັ້ນ​ໃສ່​ອ້ອມ​ຂອບ​ວົງ​ປະຕູ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ອອກ​ຈາກ​ເຮືອນ​ຈົນກວ່າ​ຈະ​ຮຸ່ງ​ເຊົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:22
13 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ຈົ່ງ​ໃຫ້​ປະຊາຊົນ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ໄມ້​ຂອບ​ວົງ​ປະຕູ​ເຂົ້າ​ເຮືອນ ບ່ອນ​ທີ່​ກິນ​ສັດ​ນັ້ນ​ຄື: ໃຫ້​ທາ​ຂ້າງ​ຊ້າຍ, ຂ້າງ​ຂວາ ແລະ​ຂ້າງ​ເທິງ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.


ໃນ​ກໍລະນີ​ທຳອິດ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນມົນທິນ​ນັ້ນ ເອົາ​ໃບ​ຕົ້ນ​ຫູສົບ​ມັດ​ໜຶ່ງ ຈຸ່ມ​ລົງ​ໃນ​ນໍ້າ​ແລະ​ຊິດ​ໃສ່​ຜ້າເຕັນ, ໃສ່​ທຸກໆ​ສິ່ງ ແລະ​ໃສ່​ຄົນ​ທີ່​ຢູ່​ໃນ​ຫໍເຕັນ. ໃນ​ກໍລະນີ​ທີ​ສອງ ໃຫ້​ຜູ້ໜຶ່ງ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ ເອົາ​ນໍ້າ​ຊິດ​ໃສ່​ຜູ້​ທີ່​ໄດ້​ຈັບບາຍ​ກະດູກ​ຄົນ ຫລື​ຊາກສົບ​ຄົນຕາຍ ຫລື​ຂຸມຝັງສົບ.


ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ບົດ​ໜຶ່ງ​ແລ້ວ ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກເທດ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ຖື​ເທດສະການ​ປັດສະຄາ ແລະ​ພິທີ​ຊິດ​ເລືອດ ເພື່ອ​ວ່າ​ທູດ​ແຫ່ງ​ຄວາມ​ຕາຍ​ຈະ​ບໍ່​ປະຫານ​ຊີວິດ ບັນດາ​ລູກກົກ​ຂອງ​ຊາວ​ອິດສະຣາເອນ.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ເຖິງ​ແມ່ນ​ພັນທະສັນຍາ​ເດີມ​ນັ້ນ ກໍ​ມີ​ກົດ​ໃນ​ການ​ນະມັດສະການ ແລະ​ມີ​ສະຖານທີ່​ສັກສິດ​ທີ່​ແຜ່ນດິນ​ໂລກ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


ເພາະວ່າ​ໂມເຊ​ໄດ້​ປະກາດ​ຄຳສັ່ງ​ທຸກ​ຂໍ້ ໃນ​ກົດບັນຍັດ​ແກ່​ໄພ່ພົນ​ທັງໝົດ​ແລ້ວ ເພິ່ນ​ກໍໄດ້​ເອົາ​ເລືອດ​ລູກ​ງົວເຖິກ​ແລະ​ເລືອດ​ແບ້ເຖິກ​ປົນ​ໃສ່​ນໍ້າ ແລ້ວ​ເອົາ​ຂົນແກະ​ສີແດງ​ແລະ​ໃບ​ຫູສົບ​ມັດ​ໜຶ່ງ ມາ​ຈຸ່ມ​ແລະ​ຊິດ​ໃສ່​ໜັງສື​ມ້ວນ​ນັ້ນ ແລະ​ຊິດ​ໃສ່​ໄພ່ພົນ​ທັງໝົດ.


ຖ້າ​ຜູ້ໃດ​ອອກ​ຈາກ​ເຮືອນ​ໄປ ລາວ​ຈະ​ຕ້ອງ​ຕາຍ​ເພາະ​ຄວາມຜິດ​ຂອງຕົນເອງ ພວກຂ້ອຍ​ຈະ​ບໍ່​ຮັບຜິດຊອບ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເຮືອນ​ນຳ​ເຈົ້າ​ຖືກ​ທຳຮ້າຍ ແລ້ວ​ພວກຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮັບຜິດຊອບ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka