Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:21 - ພຣະຄຳພີສັກສິ

21 ໂມເຊ​ໄດ້​ເອີ້ນ​ບັນດາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ມາ​ຮ່ວມ​ປະຊຸມ​ກັນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄປ​ເລືອກ​ເອົາ​ລູກແກະ ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ມາ​ຂ້າ ເພື່ອ​ເປັນ​ການ​ສະຫລອງ​ປັດສະຄາ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:21
18 Jak'a apnaqawi uñst'ayäwi  

ກະສັດ​ໂຢສີຢາ​ໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ແຫ່ງ​ພັນທະສັນຍາ​ນີ້.”


ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ທຸກຄົນ​ໄດ້​ຊຳລະ​ຕົນ​ໃຫ້​ບໍຣິສຸດ​ຕາມ​ກົດບັນຍັດ. ຊາວ​ເລວີ​ໄດ້​ຂ້າ​ລູກແກະ​ເປັນ​ເຄື່ອງ​ບູຊາ​ໃນ​ວັນ​ປັດສະຄາ ສຳລັບ​ປະຊາຊົນ​ທັງໝົດ​ທີ່​ໄດ້​ກັບຄືນ​ມາ, ສຳລັບ​ພວກ​ປະໂຣຫິດ ແລະ​ສຳລັບ​ພວກເຂົາ​ເອງ.


ໃຫ້​ພວກເຈົ້າ​ກິນ​ໄວໆ​ເພາະ​ພວກເຈົ້າ​ຕ້ອງ​ນຸ່ງ​ເຄື່ອງ​ຕຽມ​ອອກ​ເດີນທາງ ພ້ອມ​ທັງ​ຕ້ອງ​ສຸບ​ເກີບ ແລະ​ຖື​ໄມ້ຄ້ອນເທົ້າ. ການ​ກີນລ້ຽງ​ນີ້ ແມ່ນ​ການ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.


ຈົ່ງ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ວ່າ: ໃນ​ມື້​ທີ​ສິບ​ຂອງ​ເດືອນ​ນີ້​ໃຫ້​ຊາຍ​ທຸກຄົນ​ໃນ​ແຕ່ລະ​ຄອບຄົວ ເລືອກ​ເອົາ​ລູກແກະ​ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ໄວ້.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ເອົາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ບາງຄົນ​ໄປ​ກັບ​ເຈົ້າ ແລະ​ລ່ວງໜ້າ​ປະຊາຊົນ​ໄປ​ກ່ອນ. ຈົ່ງ​ຖື​ໄມ້ຄ້ອນເທົ້າ​ທີ່​ເຈົ້າ​ໄດ້​ໃຊ້​ຕີ​ນໍ້າ​ນິນ​ນັ້ນ​ໄປ​ນຳ.


ສະນັ້ນ ໂມເຊ​ຈຶ່ງ​ລົງ​ໄປ​ທີ່​ຄ້າຍພັກ ເອີ້ນ​ບັນດາ​ຫົວໜ້າ​ປະຊາຊົນ​ອິດສະຣາເອນ​ມາ​ປະຊຸມ ແລະ​ບອກ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ສູ່​ພວກເຂົາ​ຟັງ.


ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ນັດ​ປະຊຸມ​ຫົວໜ້າ​ເຈັດສິບ​ຄົນ​ທີ່​ປະຊາຊົນ​ເຄົາຣົບ​ນັບຖື ແລະ​ພາ​ພວກເຂົາ​ມາ​ຫາ​ເຮົາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ພວກເຂົາ​ໃຫ້​ຢືນ​ຢູ່​ໃກ້​ເຈົ້າ.


ແລະ​ໄດ້​ດື່ມ​ນໍ້າ​ທິບ​ຢ່າງ​ດຽວກັນ. ດ້ວຍວ່າ, ພວກເພິ່ນ​ໄດ້​ດື່ມ​ນໍ້າ​ທີ່​ໄຫລ​ອອກ​ມາ​ຈາກ​ສີລາ​ສັກສິດ​ທີ່​ຕາມ​ພວກເພິ່ນ​ໄປ ສີລາ​ສັກສິດ​ນັ້ນ ກໍ​ຄື​ພຣະຄຣິດ​ນັ້ນ​ເອງ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ຖື​ເທດສະການ​ປັດສະຄາ ແລະ​ພິທີ​ຊິດ​ເລືອດ ເພື່ອ​ວ່າ​ທູດ​ແຫ່ງ​ຄວາມ​ຕາຍ​ຈະ​ບໍ່​ປະຫານ​ຊີວິດ ບັນດາ​ລູກກົກ​ຂອງ​ຊາວ​ອິດສະຣາເອນ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka