Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:2 - ພຣະຄຳພີສັກສິ

2 “ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:2
14 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ປີ​ທີ​ສິບສອງ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ໜຶ່ງ​ອັນ​ກົງ​ກັບ​ເດືອນ​ນີຊານ ຮາມານ​ໄດ້​ສັ່ງ​ໃຫ້​ໃຊ້​ສະຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ, “ປູຣິມ”) ເພື່ອ​ຫາ​ມື້​ດີ, ເດືອນ​ດີ ໃນ​ການ​ດຳເນີນ​ແຜນ​ປອງຮ້າຍ​ຂອງຕົນ. ແລ້ວ​ກໍ​ຕົກ​ຖືກ​ວັນ​ທີ​ສິບສາມ​ຂອງ​ເດືອນ​ສິບສອງ ອັນ​ກົງ​ກັບ​ເດືອນ​ອາດາກ .


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ກັບ​ອາໂຣນ​ໃນ​ປະເທດ​ເອຢິບ​ວ່າ,


ໃນ​ຕອນ​ຄໍ່າ​ຂອງ​ມື້​ທີ​ສິບສີ່ ເດືອນ​ທີ​ໜຶ່ງ ຈົນເຖິງ​ຕອນ​ຄໍ່າ​ຂອງ​ມື້​ທີ​ຊາວເອັດ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ.


ຈົ່ງ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ວ່າ: ໃນ​ມື້​ທີ​ສິບ​ຂອງ​ເດືອນ​ນີ້​ໃຫ້​ຊາຍ​ທຸກຄົນ​ໃນ​ແຕ່ລະ​ຄອບຄົວ ເລືອກ​ເອົາ​ລູກແກະ​ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ໄວ້.


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.


ພວກເຈົ້າ​ກຳລັງ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ໃນ​ເດືອນ​ທີ​ໜຶ່ງ​ວັນ​ນີ້ ຄື​ເດືອນ​ອາບີບ.


ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ດັ່ງນັ້ນ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທຳອິດ​ຂອງ​ປີ​ທີ​ສອງ ຫລັງຈາກ​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ຖວາຍບູຊາ​ງົວເຖິກ​ໂຕໜຶ່ງ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ເພື່ອ​ຊຳລະ​ພຣະວິຫານ​ໃຫ້​ໝົດ​ມົນທິນ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ເລີ່ມ​ການ​ສະຫລອງ​ປັດສະຄາ. ໃຫ້​ທຸກຄົນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.


ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃຫ້ຖື​ເປັນ​ວັນ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.


“ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ການ​ສະຫລອງ​ປັດສະຄາ​ໃນ​ເດືອນ​ອາບີບ; ມັນ​ແມ່ນ​ໃນ​ຄືນ​ໜຶ່ງ​ຂອງ​ເດືອນ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka