Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:19 - ພຣະຄຳພີສັກສິ

19-20 ໃນ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ. ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ ບໍ່​ວ່າ​ເປັນ​ຄົນ​ຕ່າງດ້າວ ຫລື​ເປັນ​ຄົນ​ອິດສະຣາເອນ​ກໍຕາມ ລາວ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”

Uka jalj uñjjattʼäta Copia luraña




ອົບພະຍົບ 12:19
13 Jak'a apnaqawi uñst'ayäwi  

ຈົ່ງ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຕັມ​ເຈັດ​ວັນ. ໃນ​ວັນ​ທຳອິດ ໃຫ້​ເອົາ​ເຊື້ອແປ້ງ​ທັງໝົດ​ໃນ​ເຮືອນ​ຖິ້ມ ເພາະວ່າ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃນ​ເຈັດ​ວັນ​ນັ້ນ ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, “ຕໍ່ໄປນີ້ ແມ່ນ​ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ ຄື​ຢ່າ​ໃຫ້​ຄົນຕ່າງຊາດ​ຮ່ວມ​ກິນ​ປັດສະຄາ


ແຕ່​ຢ່າ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຮ່ວມ​ກິນ​ນຳ. ຖ້າ​ຄົນຕ່າງຊາດ​ຜູ້ໜຶ່ງ​ໃນ​ທ່າມກາງ​ພວກເຂົາ​ຢາກ​ຈະ​ຈັດ​ປັດສະຄາ ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຜູ້ນັ້ນ​ຮັບ​ພິທີຕັດ​ເສຍ​ກ່ອນ. ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີ​ນີ້​ໄດ້ ໂດຍ​ຮັບ​ການ​ປະຕິບັດ​ເໝືອນ​ກັບ​ວ່າ ຕົນ​ເປັນ​ຊາວ​ອິດສະຣາເອນ​ມາ​ແຕ່​ກຳເນີດ.


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.


ໃນ​ເວລາ​ເຈັດ​ວັນ​ນີ້ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອ​ແປ້ງ​ຢ່າງ​ເດັດຂາດ ແລະ​ທັງ​ຢ່າ​ໃຫ້​ມີ​ເຂົ້າຈີ່​ທີ່​ມີ​ເຊື້ອ​ແປ້ງ​ໃດໆ ຕາມ​ເຮືອນ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນັ້ນ.


ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ຜູ້ໃດ​ກໍຕາມ​ທີ່​ໃຊ້​ສູດ​ນີ້​ປະສົມ​ເພື່ອ​ປຸງ​ນໍ້າມັນ​ຫົດສົງ ຫລື​ໃຊ້​ນໍ້າມັນ​ນີ້​ຫົດສົງ​ຄົນ​ທີ່​ບໍ່ແມ່ນ​ປະໂຣຫິດ ຜູ້ນັ້ນ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”’


ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.


ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ບໍ່​ເປັນມົນທິນ​ແລະ​ບໍ່ໄດ້​ເດີນທາງ​ໄກ, ຜູ້​ນັ້ນ​ບໍ່ໄດ້​ຖື​ປັດສະຄາ, ກໍ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ ເພາະ​ລາວ​ບໍ່ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ກຳນົດ​ທີ່​ໄດ້​ຖືກ​ວາງ​ໄວ້. ລາວ​ຕ້ອງ​ຮັບ​ຜົນ​ບາບກຳ​ທີ່​ຕົນ​ໄດ້​ກະທຳ​ນັ້ນ.


ຢ່າ​ເຮັດ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ເມື່ອ​ກິນ​ອາຫານ​ນີ້, ແຕ່​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຮັດ​ຄາວ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ຟ້າວຟັ່ງ​ນັ້ນ. ຈົ່ງ​ກິນ​ເຂົ້າຈີ່​ນີ້ ຄື​ເຂົ້າຈີ່​ແຫ່ງ​ຄວາມ​ທົນທຸກ​ເພື່ອ​ວ່າ​ຕາບໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ພວກເຈົ້າ​ຈະ​ໄດ້​ຈົດຈຳ​ວັນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ທົນທຸກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka