18 ໃນຕອນຄໍ່າຂອງມື້ທີສິບສີ່ ເດືອນທີໜຶ່ງ ຈົນເຖິງຕອນຄໍ່າຂອງມື້ທີຊາວເອັດ ຢ່າກິນເຂົ້າຈີ່ມີເຊື້ອແປ້ງ.
ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງໃຫ້ຄົບເຕັມເຈັດວັນ. ໃນວັນທຳອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດຜູ້ໜຶ່ງກິນເຂົ້າຈີ່ ມີເຊື້ອແປ້ງໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ໃນວັນທີໜຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ພວກສາວົກໄດ້ມາຫາພຣະເຢຊູເຈົ້າ ແລະຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍຈັດແຈ່ງອາຫານປັດສະຄາສຳລັບທ່ານຢູ່ທີ່ໃດ?”
ໃນເວລາທີ່ຊາວອິດສະຣາເອນກຳລັງຕັ້ງຄ້າຍພັກທີ່ກິນການ ຕາມທົ່ງຮາບພຽງຂອງເມືອງເຢຣິໂກນັ້ນ ພວກເຂົາໄດ້ສະຫລອງປັດສະຄາໃນຕອນຄໍ່າຂອງວັນທີສິບສີ່ຂອງເດືອນນັ້ນ.