Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:16 - ພຣະຄຳພີສັກສິ

16 ໃນ​ມື້​ທີ​ໜຶ່ງ ແລະ​ໃນ​ມື້​ທີ​ເຈັດ ພວກເຈົ້າ​ຕ້ອງ​ມາ​ເຕົ້າໂຮມ​ກັນ​ນະມັດສະການ​ເຮົາ. ຢ່າ​ເຮັດ​ວຽກ​ໃດໆ​ໃນ​ສອງ​ມື້​ນັ້ນ ແຕ່​ໃຫ້​ພວກເຈົ້າ​ຕຽມ​ອາຫານ​ກິນ​ໄດ້.

Uka jalj uñjjattʼäta Copia luraña




ອົບພະຍົບ 12:16
21 Jak'a apnaqawi uñst'ayäwi  

ແລະ​ໂມເຊ​ກໍໄດ້​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ວ່າ​ໃນ​ມື້ອື່ນ​ແມ່ນ​ວັນ​ພັກຜ່ອນ, ເປັນ​ວັນ​ຊະບາໂຕ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ໃນວັນນີ້ ມີ​ສິ່ງໃດ​ທີ່​ຢາກ​ປີ້ງ​ກໍ​ໃຫ້​ປີ້ງ​ສາ ແລະ​ມີ​ສິ່ງໃດ​ທີ່​ຢາກ​ຕົ້ມ​ກໍ​ໃຫ້​ຕົ້ມ​ສາ ສ່ວນ​ທີ່​ເຫຼືອ​ນັ້ນ​ຈົ່ງ​ເກັບ​ໄວ້​ສຳລັບ​ມື້ອື່ນ.”


ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ​ໄດ້​ປະທານ​ວັນ​ຊະບາໂຕ​ນີ້​ໃຫ້​ແກ່​ພວກເຈົ້າ; ດ້ວຍເຫດນີ້ ໃນ​ມື້​ທີ​ຫົກ​ເຮົາ​ຈຶ່ງ​ໃຫ້​ອາຫານ​ແກ່​ພວກເຈົ້າ​ພໍ​ກິນ​ສຳລັບ​ກຸ້ມ​ສອງ​ວັນ. ແຕ່​ໃນ​ວັນ​ຊະບາໂຕ ທຸກຄົນ​ຈະ​ຕ້ອງ​ຢູ່​ກັບ​ທີ່ ແລະ​ຢ່າ​ໃຫ້​ຜູ້ໃດ​ອອກ​ຈາກ​ເຮືອນ​ຂອງຕົນ.”


ໃນ​ມື້​ທີ​ຫົກ ໃຫ້​ເກັບ​ເອົາ​ຫລາຍກວ່າ​ມື້​ທຳມະດາ​ໜຶ່ງ​ເທົ່າ ເພື່ອ​ເອົາ​ໄວ້​ຕຽມ​ເປັນ​ອາຫານ.”


ແຕ່​ໃນ​ວັນ​ທີ​ເຈັດ ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ. ໃນວັນນີ້​ເຈົ້າ​ເອງ​ພ້ອມ​ດ້ວຍ​ລູກ​ຊາຍ​ຍິງ​ກັບ​ຄົນ​ຮັບໃຊ້ ແລະ​ສັດ​ລ້ຽງ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ເຈົ້າ ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ຈົ່ງ​ຖື​ຮັກສາ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຕາມ​ທີ່​ເຮົາ​ສັ່ງ​ໄວ້​ໃນ​ເດືອນ​ອາບີບ​ນັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຈັດ​ວັນ ເພາະ​ໃນ​ເດືອນ​ນີ້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.


ການ​ທີ່​ພວກເຈົ້າ​ນຳ​ເອົາ​ເຄື່ອງ​ມາ​ຖວາຍ​ນັ້ນ ເປັນ​ການ​ບໍ່ມີ​ປະໂຫຍດ. ເຮົາ​ເບື່ອໜ່າຍ​ຕໍ່​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ພວກເຈົ້າ. ເຮົາ​ບໍ່​ອາດ​ທົນ​ຕໍ່​ວັນ​ສະຫລອງ​ເດືອນ​ອອກໃໝ່, ວັນ​ຊະບາໂຕ ແລະ​ການ​ມາ​ເຕົ້າໂຮມ​ກັນ​ອື່ນໆ​ຂອງ​ພວກເຈົ້າ​ໄດ້​ອີກ​ແລ້ວ; ເທດສະການ​ທັງໝົດ​ເຫຼົ່ານັ້ນ​ເປັນ​ມົນທິນ ເພາະ​ການບາບ​ຂອງ​ພວກເຈົ້າ.


ໃນ​ວັນ​ນັ້ນ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບການ​ນີ້ ທຸກຍຸກ​ທຸກສະໄໝ​ສືບ​ໄປ ບໍ່​ວ່າ​ພວກເຂົາ​ຈະ​ຢູ່​ທີ່​ໃດ​ກໍຕາມ.


ໃນ​ວັນ​ທຳອິດ​ຂອງ​ວັນ​ເຫຼົ່ານີ້ ໃຫ້​ພາກັນ​ມາ​ເຕົ້າໂຮມ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.


ໃນ​ວັນ​ເລີ່ມຕົ້ນ​ຂອງ​ເທດສະການ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ແຕ່​ໃນ​ວັນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.


ໃນ​ວັນ​ເລີ່ມ​ເທດສະການ​ຂອງ​ລະດູ​ເກັບກ່ຽວ ຄື​ເມື່ອ​ຖວາຍ​ພືດຜົນ​ເປັນເມັດ​ອັນ​ໃໝ່​ໃຫ້​ພຣະເຈົ້າຢາເວ​ນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງສິ້ນ. ໃນວັນນີ້​ຈົ່ງ​ເປົ່າແກ​ໃຫ້​ດັງ​ສະໜັ່ນ.


ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ. ຈົ່ງ​ສະຫລອງ​ເທດສະການ​ນີ້ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ​ຕະຫລອດ​ເຈັດ​ວັນ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ແລ້ວ​ພວກ​ຢິວ​ກໍ​ຂໍ​ອະນຸຍາດ​ຈາກ​ປີລາດ ໃຫ້​ຫັກ​ກະດູກ​ຂາ​ຂອງ​ພວກ​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ຊາກສົບ​ລົງ​ຈາກ​ໄມ້ກາງແຂນ​ໄປ​ເສຍ, ພວກເຂົາ​ຂໍຮ້ອງ​ຢ່າງ​ນີ້ ເພາະ​ເປັນ​ວັນ​ຈັດຕຽມ ແລະ​ພວກເຂົາ​ບໍ່​ຢາກ​ໃຫ້​ສົບ​ເຫຼົ່ານັ້ນ​ຄ້າງ​ໄວ້​ທີ່​ໄມ້ກາງແຂນ​ໃນ​ວັນ​ຊະບາໂຕ. (ເພາະ​ວັນ​ຊະບາໂຕ​ທີ່​ຈະມາເຖິງ​ນັ້ນ​ເປັນ​ວັນ​ທີ່​ສຳຄັນ)


ສຳລັບ​ຫົກ​ມື້​ຕໍ່ໄປ ໃຫ້​ພວກເຈົ້າ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ ແລະ​ໃນ​ມື້​ທີ​ເຈັດ ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ວຽກ​ໃນວັນນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka