ອົບພະຍົບ 12:15 - ພຣະຄຳພີສັກສິ15 ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງໃຫ້ຄົບເຕັມເຈັດວັນ. ໃນວັນທຳອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດຜູ້ໜຶ່ງກິນເຂົ້າຈີ່ ມີເຊື້ອແປ້ງໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ. Uka jalj uñjjattʼäta |
ຢ່າເຮັດເຂົ້າຈີ່ໃສ່ເຊື້ອແປ້ງເມື່ອກິນອາຫານນີ້, ແຕ່ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ເໝືອນດັ່ງພວກເຈົ້າໄດ້ເຮັດຄາວທີ່ອອກມາຈາກປະເທດເອຢິບຢ່າງຟ້າວຟັ່ງນັ້ນ. ຈົ່ງກິນເຂົ້າຈີ່ນີ້ ຄືເຂົ້າຈີ່ແຫ່ງຄວາມທົນທຸກເພື່ອວ່າຕາບໃດທີ່ຍັງມີຊີວິດຢູ່ ພວກເຈົ້າຈະໄດ້ຈົດຈຳວັນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍທົນທຸກນັ້ນ.
ຈົ່ງຂ້າສັດສຳລັບປັດສະຄານີ້ໃນທີ່ນະມັດສະການແຫ່ງດຽວ ແລະຢ່າຂ້າໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະມອບໃຫ້. ຈົ່ງເຮັດພິທີນີ້ໃນເວລາຕາເວັນຕົກຄືເວລາດຽວ ບ່ອນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່ ແລະມື້ດຽວກັນກັບຄາວທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ.