ອົບພະຍົບ 12:14 - ພຣະຄຳພີສັກສິ14 ພວກເຈົ້າຕ້ອງສະຫລອງວັນນີ້ເປັນວັນສຳຄັນ ເພື່ອໃຫ້ລະນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອພວກເຈົ້າ. ຈົ່ງສະຫລອງວັນນີ້ຕະຫລອດໄປ. Uka jalj uñjjattʼäta |
ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.”
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.
ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຮ່ວມກັບລູກຊາຍຍິງຂອງເຈົ້າ, ທາດຮັບໃຊ້ຂອງເຈົ້າ, ຊາວເລວີ, ຊາວຕ່າງດ້າວ ເດັກກຳພ້າ ແລະແມ່ໝ້າຍທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ. ຈົ່ງຈັດພິທີນີ້ຂຶ້ນຢູ່ໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ຊຶ່ງໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.