13 ເລືອດທີ່ປະຕູເຮືອນນັ້ນ ຈະເປັນໝາຍສຳຄັນບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ.
ຕັ້ງແຕ່ນີ້ຕໍ່ໄປ ເຈົ້າຈົ່ງເຮັດພິທີຕັດ ມັນຈະເປັນໝາຍສຳຄັນ ລະຫວ່າງເຮົາກັບເຈົ້າ
ໃຫ້ພວກເຈົ້າກິນໄວໆເພາະພວກເຈົ້າຕ້ອງນຸ່ງເຄື່ອງຕຽມອອກເດີນທາງ ພ້ອມທັງຕ້ອງສຸບເກີບ ແລະຖືໄມ້ຄ້ອນເທົ້າ. ການກີນລ້ຽງນີ້ ແມ່ນການສະຫລອງປັດສະຄາຂອງພຣະເຈົ້າຢາເວ.
ເມື່ອພຣະເຈົ້າຢາເວຜ່ານດິນແດນເອຢິບໄປ ເພື່ອຂ້າຊາວເອຢິບນັ້ນ ພຣະເຈົ້າຢາເວຈະເຫັນເລືອດທີ່ທາອ້ອມຂອບໄມ້ວົງປະຕູ ແລະຈະບໍ່ໃຫ້ທູດແຫ່ງຄວາມຕາຍ ເຂົ້າໄປໃນເຮືອນ ແລະປະຫານພວກເຈົ້າ.
ຈົ່ງໃຫ້ປະຊາຊົນເອົາເລືອດບາງສ່ວນທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນ ບ່ອນທີ່ກິນສັດນັ້ນຄື: ໃຫ້ທາຂ້າງຊ້າຍ, ຂ້າງຂວາ ແລະຂ້າງເທິງ.
“ຈົ່ງໄປທົ່ວນະຄອນເຢຣູຊາເລັມ ແລະເຮັດເຄື່ອງໝາຍໃສ່ໜ້າຜາກທຸກຄົນທີ່ທຸກໃຈແລະເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນໃນເມືອງນີ້ໄດ້ເຮັດຂຶ້ນ.”
ແລະຄອງຄອຍຖ້າພຣະບຸດຂອງພຣະອົງ ທີ່ຈະສະເດັດມາຈາກສະຫວັນ ຄືພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ຊ່ວຍກູ້ເອົາພວກເຮົາ ໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າ ທີ່ກຳລັງຈະມາເຖິງ.
ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ຖືເທດສະການປັດສະຄາ ແລະພິທີຊິດເລືອດ ເພື່ອວ່າທູດແຫ່ງຄວາມຕາຍຈະບໍ່ປະຫານຊີວິດ ບັນດາລູກກົກຂອງຊາວອິດສະຣາເອນ.
ບັດນີ້ ຈົ່ງສາບານຕໍ່ພຣະເຈົ້າຢາເວວ່າ ພວກເຈົ້າຈະປະຕິບັດຕໍ່ຄອບຄົວຂອງຂ້ອຍຢ່າງມີໃຈເມດຕາ ເໝືອນດັ່ງທີ່ຂ້ອຍໄດ້ປະຕິບັດຕໍ່ພວກເຈົ້າ ແລະຈົ່ງເຮັດສັນຍາລັກໃຫ້ຂ້ອຍໄດ້ເຫັນວ່າພວກເຈົ້າເປັນຜູ້ທີ່ໄວ້ວາງໃຈໄດ້
ແຕ່ເຈົ້າຈະຕ້ອງເຮັດດັ່ງນີ້: ເມື່ອພວກຂ້ອຍກັບມາບຸກໂຈມຕີດິນແດນຂອງເຈົ້າ ໃຫ້ເຈົ້າເອົາເຊືອກສີແດງນີ້ ຜູກໃສ່ປ່ອງຢ້ຽມໄວ້ໃນບ່ອນທີ່ເຈົ້າຢ່ອນພວກຂ້ອຍລົງ. ໃຫ້ເອົາພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄອບຄົວຂອງເຈົ້າທຸກຄົນ ມາໂຮມກັນຢູ່ໃນເຮືອນຂອງເຈົ້າ.
ແຕ່ຖ້າພວກເຮົາດຳເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງພຣະອົງຊົງຢູ່ໃນຄວາມສະຫວ່າງ ພວກເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍຈາກການຜິດບາບທັງສິ້ນ.