Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:12 - ພຣະຄຳພີສັກສິ

12 ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:12
26 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ຟີລິດສະຕິນ​ປົບໜີໄປ​ນັ້ນ, ພວກເຂົາ​ໄດ້​ປະ​ຮູບເຄົາຣົບ​ໄວ້ ແລະ​ກະສັດ​ດາວິດ​ໄດ້​ສັ່ງ​ໃຫ້​ຈູດ​ຮູບ​ເຫຼົ່ານັ້ນ​ຖິ້ມ​ໝົດ.


ພຣະອົງ​ໄດ້​ຂ້າ​ລູກຫົວປີ​ທັງຫລາຍ​ໃນ​ປະເທດ​ເອຢິບ ບໍ່​ວ່າ​ຂອງ​ຄົນ​ແລະ​ຂອງ​ສັດ​ກໍ​ເຊັ່ນດຽວ​ກັນ.


ພຣະເຈົ້າ​ຊົງ​ປົກຄອງ ໃນ​ສະພາ​ແຫ່ງ​ສະຫວັນ​ນັ້ນ ພຣະອົງ​ພິພາກສາ​ໃນ​ທ່າມກາງ​ບັນດາ​ພະ​ທັງຫຼາຍ​ວ່າ,


ເຮົາ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ບັນດາ​ພະ​ທັງຫຼາຍ ເປັນ​ພວກ​ລູກຊາຍ​ອົງ​ສູງສຸດ​ທັງໝົດ.’


ອາດ​ຈະ​ມີ​ພັນ​ຄົນ​ລົ້ມ​ລົງ ແລະ​ສິ້ນໃຈ​ຕາຍ​ຢູ່​ຂ້າງ​ເຈົ້າ ສິບພັນ​ຄົນ​ຢູ່​ອ້ອມຮອບ​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ.


ເພາະ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ອົງ​ຊົງ​ຣິດ​ຍິ່ງໃຫຍ່ ເປັນ​ກະສັດ​ອົງ​ຊົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ.


ເມື່ອ​ພຣະເຈົ້າຢາເວ​ຜ່ານ​ດິນແດນ​ເອຢິບ​ໄປ ເພື່ອ​ຂ້າ​ຊາວ​ເອຢິບ​ນັ້ນ ພຣະເຈົ້າຢາເວ​ຈະ​ເຫັນ​ເລືອດ​ທີ່​ທາ​ອ້ອມ​ຂອບ​ໄມ້​ວົງປະຕູ ແລະ​ຈະ​ບໍ່​ໃຫ້​ທູດ​ແຫ່ງ​ຄວາມຕາຍ ເຂົ້າ​ໄປ​ໃນ​ເຮືອນ ແລະ​ປະຫານ​ພວກເຈົ້າ.


ບັດນີ້ ຂ້ອຍ​ຮູ້​ແລ້ວ​ວ່າ ພຣະເຈົ້າຢາເວ​ຍິ່ງໃຫຍ່​ກວ່າ​ພະ​ທັງຫລາຍ ເພາະ​ພຣະອົງ​ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ນີ້ ເມື່ອ​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ ດ້ວຍ​ການ​ທາລຸນ​ເຊັ່ນນັ້ນ.”


ເວລາ​ນັ້ນ​ໃຫ້​ນາຍ​ພາ​ທາດຮັບໃຊ້​ຜູ້ນັ້ນ​ໄປ​ຕໍ່ໜ້າ​ຜູ້​ພິພາກສາ. ຢູ່​ທີ່​ນັ້ນ​ນາຍ​ຈະ​ໃຫ້​ທາດຮັບໃຊ້​ຢືນ​ແນບຢູ່​ກັບ​ປະຕູ​ຫລື​ວົງ​ປະຕູ ແລະ​ບ່ອງ​ຫູ​ໃຫ້​ລາວ. ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ຂອງ​ນາຍ​ຕະຫລອດ​ຊີວິດ.”


ຢ່າ​ດ່າ​ວ່າ​ພຣະເຈົ້າ ແລະ​ຢ່າ​ສາບແຊ່ງ​ຜູ້ນຳ​ຊົນຊາດ​ຂອງ​ພວກເຈົ້າ.


ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ເວົ້າ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ


ແລະ​ມື້​ຕໍ່ມາ ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້​ນັ້ນ​ຄື: ສັດ​ຂອງ​ຊາວ​ເອຢິບ​ຕາຍ​ໝົດ ແຕ່​ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່​ຕາຍ​ຈັກ​ໂຕ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


ເຮົາ​ຈະ​ໃຊ້​ໄຟ​ຈູດ​ວິຫານ​ຂອງ​ບັນດາ​ພະ​ແຫ່ງ​ຊາວ​ເອຢິບ ແລະ​ກະສັດ​ແຫ່ງ​ບາບີໂລນ​ຈະ​ຈູດ​ບັນດາ​ພະ​ຂອງ​ພວກເຂົາ ຫລື​ບໍ່​ດັ່ງນັ້ນ ຈະ​ຂົນ​ເອົາ​ໄປ​ນຳ. ຄົນລ້ຽງແກະ​ເກັບ​ເຫົາ​ອອກ​ຈາກ​ເຄື່ອງນຸ່ງ​ຂອງຕົນ​ໃຫ້​ສະອາດ​ສັນໃດ ກະສັດ​ແຫ່ງ​ບາບີໂລນ​ກໍ​ຈະ​ເກັບ​ເອົາ​ດິນແດນ​ຂອງ​ເອຢິບ​ໃຫ້​ສະອາດ​ສັນນັ້ນ ແລ້ວ​ລາວ​ກໍ​ຈະ​ຈາກ​ໄປ​ຢ່າງ​ມີໄຊ.


ລາວ​ຈະ​ທຳລາຍ​ອານຸ​ສາວະລີ​ຕ່າງໆ ຊຶ່ງ​ເປັນ​ເສົາ​ຫີນ​ສັກສິດ​ທີ່​ເຮລີໂອໂປລີ​ໃນ​ປະເທດ​ເອຢິບ ແລະ​ຈະ​ຈູດ​ວິຫານ​ຂອງ​ບັນດາ​ພະ​ຊາວ​ເອຢິບ​ດ້ວຍ.”’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ອາໂມນ ພະ​ຂອງ​ເມືອງ​ເທເບ​ພ້ອມ​ກັບ​ເອຢິບ​ຕະຫລອດ​ທັງ​ພວກ​ພະ ແລະ​ບັນດາ​ກະສັດ​ດ້ວຍ. ເຮົາ​ກຳລັງ​ຈະ​ເອົາ​ກະສັດ​ເອຢິບ ແລະ​ໝົດ​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ລາວ,


ເຮົາ​ຈະ​ໃຫ້​ມີ​ໜ້ອຍຄົນ​ໃນ​ພວກເຂົາ​ລອດຕາຍ​ຈາກ​ເສິກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຢາກ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ວ່າ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ນັ້ນ ພວກເຂົາ​ຈະ​ສຳນຶກ​ເຖິງ​ການກະທຳ​ອັນ​ໜ້າກຽດຊັງ​ຕ່າງໆ​ຂອງ​ພວກເຂົາ ແລະ​ທັງ​ຈະ​ຮັບ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ການ​ຮ້ອງໄຫ້​ຄວນຄາງ​ຈະ​ມີ​ຢູ່​ໃນ​ສວນອະງຸ່ນ​ທຸກແຫ່ງ. ສິ່ງ​ເຫຼົ່ານີ້​ທັງໝົດ​ຈະ​ເກີດຂຶ້ນ ເພາະວ່າ​ເຮົາ​ຈະ​ມາ​ລົງໂທດ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ໃນຂະນະທີ່​ກຳລັງ​ຝັງສົບ​ລູກຊາຍ​ຫົວປີ​ຂອງ​ພວກເຂົາ​ທີ່​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຖິງ​ຕາຍ ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເຫັນ​ເຖິງ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ມີ​ເໜືອ​ພະ​ທັງຫລາຍ​ຂອງ​ພວກເຂົາ.


ເມື່ອ​ຊາວ​ອາຊະໂດດ​ຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ​ໄດ້​ເຫັນ​ວ່າ ຮູບ​ພະ​ດາໂກນ​ລົ້ມ​ຂວໍ້າໜ້າ​ລົງ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ພວກເຂົາ​ຈຶ່ງ​ຍົກ​ເອົາ​ຮູບພະ​ນັ້ນ​ໄປ​ໄວ້​ບ່ອນ​ເກົ່າ​ຄືນ.


ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka