Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:11 - ພຣະຄຳພີສັກສິ

11 ໃຫ້​ພວກເຈົ້າ​ກິນ​ໄວໆ​ເພາະ​ພວກເຈົ້າ​ຕ້ອງ​ນຸ່ງ​ເຄື່ອງ​ຕຽມ​ອອກ​ເດີນທາງ ພ້ອມ​ທັງ​ຕ້ອງ​ສຸບ​ເກີບ ແລະ​ຖື​ໄມ້ຄ້ອນເທົ້າ. ການ​ກີນລ້ຽງ​ນີ້ ແມ່ນ​ການ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ອົບພະຍົບ 12:11
21 Jak'a apnaqawi uñst'ayäwi  

ກະສັດ​ໂຢສີຢາ​ໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ສະເຫລີມ​ສະຫລອງ​ເທດສະການ​ປັດສະຄາ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ແຫ່ງ​ພັນທະສັນຍາ​ນີ້.”


ເລືອດ​ທີ່​ປະຕູ​ເຮືອນ​ນັ້ນ ຈະ​ເປັນ​ໝາຍສຳຄັນ​ບອກ​ວ່າ ເປັນ​ເຮືອນ​ທີ່​ພວກເຈົ້າ​ອາໄສ​ຢູ່. ເມື່ອ​ເຮົາ​ເຫັນ​ເລືອດ​ນັ້ນ ເຮົາ​ຈະ​ຜ່ານ​ເວັ້ນ​ໄປ ແລະ​ຈະ​ບໍ່​ທຳຮ້າຍ​ພວກເຈົ້າ ເວລາ​ເຮົາ​ລົງໂທດ​ຊາວ​ເອຢິບ.


ໂມເຊ​ໄດ້​ເອີ້ນ​ບັນດາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ມາ​ຮ່ວມ​ປະຊຸມ​ກັນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄປ​ເລືອກ​ເອົາ​ລູກແກະ ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ມາ​ຂ້າ ເພື່ອ​ເປັນ​ການ​ສະຫລອງ​ປັດສະຄາ.


ໃຫ້​ພວກເຈົ້າ​ຕອບ​ວ່າ, ‘ແມ່ນ​ພິທີ​ສະຫລອງ​ປັດສະຄາ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ເພາະວ່າ​ພຣະອົງ​ໄດ້​ຜ່ານ​ເວັ້ນ​ເຮືອນ​ຂອງ​ຊາວ​ອິດສະຣາເອນ​ຢູ່​ໃນ​ປະເທດ​ເອຢິບ. ພຣະອົງ​ໄດ້​ຂ້າ​ຊາວ​ເອຢິບ ແຕ່​ໄດ້​ໄວ້​ຊີວິດ​ພວກເຮົາ.”’ ຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ພາກັນ​ຄຸເຂົ່າ​ລົງ​ແລະ​ນ້ອມ​ນະມັດສະການ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, “ຕໍ່ໄປນີ້ ແມ່ນ​ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ ຄື​ຢ່າ​ໃຫ້​ຄົນຕ່າງຊາດ​ຮ່ວມ​ກິນ​ປັດສະຄາ


ເທື່ອ​ນີ້​ບໍ່​ຈຳເປັນ​ຕ້ອງ​ຟ້າວຟັ່ງ​ອອກ​ໄປ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປົບໜີໄປ​ດອກ ພຣະເຈົ້າຢາເວ​ຈະ​ນຳໜ້າ​ອອກ​ໄປ ພຣະອົງ​ຈະ​ປົກປັກ​ຮັກສາ​ພວກເຈົ້າ​ຮອບດ້ານ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ເລີ່ມ​ການ​ສະຫລອງ​ປັດສະຄາ. ໃຫ້​ທຸກຄົນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.


ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃຫ້ຖື​ເປັນ​ວັນ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ ເມື່ອ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ຈາກ​ປະເທດ​ເອຢິບ. ພຣະອົງ​ກ່າວ​ວ່າ,


“ເຈົ້າ​ທັງຫລາຍ ຈົ່ງ​ຮັດ​ແອວ​ໄວ້ ແລະ​ໄຕ້​ໂຄມ​ຂອງ​ເຈົ້າ​ຢູ່.


ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.


ທຸກ​ປີ​ໃດ ພໍ່​ແມ່​ຂອງ​ພຣະ​ກຸມມານ​ເຢຊູ ເຄີຍ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ເທດສະການ​ປັດສະຄາ.


ແລະ​ມາ​ຢືນ​ຢູ່​ຂ້າງ​ຫລັງ​ພຣະເຢຊູເຈົ້າ​ໃກ້​ຕີນ​ຂອງ​ພຣະອົງ. ນາງ​ຮ້ອງໄຫ້​ນໍ້າຕາ​ຫລັ່ງໄຫລ ຈົນ​ຕີນ​ຂອງ​ພຣະອົງ​ປຽກຊຸ່ມ ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ ດ້ວຍ​ຜົມ​ຂອງຕົນ​ທັງ​ຈູບ​ແລະ​ທັງ​ຫົດສົງ​ຕີນ​ຂອງ​ພຣະອົງ ດ້ວຍ​ນໍ້າຫອມ​ນັ້ນ.


ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.


ແລະ​ເອົາ​ຄວາມ​ຕຽມພ້ອມ​ຝ່າຍ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ.


“ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ການ​ສະຫລອງ​ປັດສະຄາ​ໃນ​ເດືອນ​ອາບີບ; ມັນ​ແມ່ນ​ໃນ​ຄືນ​ໜຶ່ງ​ຂອງ​ເດືອນ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka