Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 12:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ກັບ​ອາໂຣນ​ໃນ​ປະເທດ​ເອຢິບ​ວ່າ,

Uka jalj uñjjattʼäta Copia luraña




ອົບພະຍົບ 12:1
17 Jak'a apnaqawi uñst'ayäwi  

ແຕ່​ບັດນີ້ ຈົ່ງ​ເອົາ​ຍິງ​ຜູ້​ນີ້​ໄປ​ສົ່ງ​ໃຫ້​ຜົວ​ຂອງ​ນາງ. ຜົວ​ຂອງ​ນາງ​ເປັນ​ຜູ້ທຳນວາຍ ແລະ​ລາວ​ຈະ​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ບໍ່​ຕາຍ, ແຕ່​ເຮົາ​ຂໍ​ເຕືອນ​ເຈົ້າ​ວ່າ ຖ້າ​ເຈົ້າ​ບໍ່​ສົ່ງ​ນາງ​ຄືນ​ໄປ ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ຈະ​ຕ້ອງ​ຕາຍ.”


ປະຊາຊົນ​ທັງໝົດ​ທີ່​ໄດ້​ມາ​ທີ່​ນັ້ນ ຕ່າງ​ກໍ​ສະຫລອງ​ປັດສະຄາ ແລະ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.


ໂມເຊ​ແລະ​ອາໂຣນ​ໄດ້​ເຮັດ​ການ​ອັດສະຈັນ​ເຫຼົ່ານັ້ນ​ຊ້ອງໜ້າ​ກະສັດ​ຟາໂຣ, ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ອອກ​ໜີໄປ​ຈາກ​ປະເທດ.


ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ຂໍ​ເອົາ​ເຄື່ອງ​ເງິນ, ເຄື່ອງ​ຄຳ​ຈາກ​ເພື່ອນບ້ານ​ຂອງ​ພວກເຂົາ.”


ໃນ​ຕອນ​ຄໍ່າ​ຂອງ​ມື້​ທີ​ສິບສີ່ ເດືອນ​ທີ​ໜຶ່ງ ຈົນເຖິງ​ຕອນ​ຄໍ່າ​ຂອງ​ມື້​ທີ​ຊາວເອັດ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ.


“ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ,


“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈະ​ຕ້ອງ​ເລີ່ມ​ການ​ສະຫລອງ​ປັດສະຄາ. ໃຫ້​ທຸກຄົນ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.


ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃຫ້ຖື​ເປັນ​ວັນ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.


“ໃນ​ວັນ​ທີ​ສິບສີ່ ຂອງ​ເດືອນ​ນີ້ ຕັ້ງແຕ່​ຕາເວັນ​ຕົກ​ດິນ​ໄປ ໃຫ້​ປະຊາຊົນ​ອິດສະຣາເອນ​ສະຫລອງ​ປັດສະຄາ ຕາມ​ລະບຽບການ​ແລະ​ກົດເກນ​ທຸກຢ່າງ​ທີ່​ໄດ້​ກຳນົດ​ໄວ້.”


ແລະ​ໃນ​ຕອນແລງ​ຂອງ​ວັນ​ທີ​ສິບສີ່​ເດືອນ​ທີ​ໜຶ່ງ ພວກເຂົາ​ໄດ້​ຈັດ​ພິທີ​ຂຶ້ນ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ປະຊາຊົນ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ທຸກປະການ.


ຍັງ​ອີກ​ສອງ​ວັນ ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຄິດ​ຫາ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ຈະ​ສັງຫານ​ພຣະອົງ.


ເທດສະການ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ທີ່​ເອີ້ນ​ວ່າ ປັດສະຄາ ກໍ​ມາ​ໃກ້​ແລ້ວ.


ຫລັງຈາກ​ຈັບ​ເປໂຕ​ແລ້ວ ກໍ​ຂັງ​ເພິ່ນ​ໄວ້​ຄຸກ​ໂດຍ​ມອບ​ໃຫ້​ທະຫານ​ສີ່​ໝູ່, ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ຄຸມ​ຮັກສາ, ໂດຍ​ໝາຍໃຈ​ໄວ້​ວ່າ ຫລັງຈາກ​ງານ​ສະຫລອງ​ປັດສະຄາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ຈະ​ນຳ​ເປໂຕ​ອອກ​ມາ​ສອບສວນ​ເປີດເຜີຍ​ຕໍ່​ປະຊາຊົນ.


ມີ​ຄົນຂອງ​ພຣະເຈົ້າ​ຜູ້ໜຶ່ງ​ໄດ້ມາຫາ​ເອລີ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້​ວ່າ, ‘ໃນ​ຄາວ​ທີ່​ອາໂຣນ ບັນພະບຸລຸດ​ຂອງ​ເຈົ້າ​ພ້ອມ​ກັບ​ຄອບຄົວ​ຂອງ​ລາວ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ເອຢິບ​ນັ້ນ ເຮົາ​ໄດ້​ປາກົດ​ໃຫ້​ລາວ​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka