Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 11:9 - ພຣະຄຳພີສັກສິ

9 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ, “ກະສັດ​ຟາໂຣ​ຈະ​ສືບຕໍ່​ບໍ່​ຍອມ​ຟັງ​ເຈົ້າ ເພື່ອ​ເຮົາ​ຈະ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ຕື່ມ​ອີກ​ໃນ​ປະເທດ​ເອຢິບ.”

Uka jalj uñjjattʼäta Copia luraña




ອົບພະຍົບ 11:9
5 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ. ເຮົາ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ກັບ​ບັນດາ​ຂ້າຣາຊການ​ຂອງ​ລາວ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ ເພື່ອ​ເຮົາ​ຈະ​ສຳແດງ​ໝາຍສຳຄັນ​ກັບ​ການ​ອັດສະຈັນ​ເຫຼົ່ານີ້​ໃນ​ທ່າມກາງ​ພວກເຂົາ


ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ໄປ ເວັ້ນໄວ້​ແຕ່​ລາວ​ຈະ​ຖືກ​ບີບ​ບັງຄັບ​ເທົ່ານັ້ນ.


ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ໂມເຊ​ໄວ້​ອີກ​ວ່າ, “ບັດນີ້ ເຈົ້າ​ກຳລັງ​ເດີນທາງ​ກັບຄືນ​ສູ່​ປະເທດ​ເອຢິບ ຈົ່ງ​ເຮັດ​ການ​ອັດສະຈັນ​ທຸກຢ່າງ​ໃຫ້​ກະສັດ​ຟາໂຣ​ເຫັນ​ແທ້ໆ​ຄື: ເຮັດ​ຕາມ​ຣິດອຳນາດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ. ແຕ່​ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ກະສັດ​ຟາໂຣ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka