7 ແຕ່ໃນໝູ່ບ້ານຂອງຊາວອິດສະຣາເອນ ແມ່ນແຕ່ສຽງໝາເຫົ່າຄົນແລະສັດກໍຈະບໍ່ມີ. ແລ້ວເຈົ້າກໍຈະຮູ້ວ່າພຣະເຈົ້າຢາເວໄດ້ໃຫ້ມີຄວາມແຕກຕ່າງກັນ ລະຫວ່າງຊາວເອຢິບແລະຊາວອິດສະຣາເອນ.’
ພຣະອົງໃຫ້ຄົນທຸກລຳບາກມີຄວາມຫວັງໃຈ ແລະຊົງງັບປາກຄົນຊົ່ວໃຫ້ມິດງຽບ.
ຖ້າບໍ່ກັບໃຈໃໝ່ ພຣະເຈົ້າກໍຈະຝົນດາບໃຫ້ຄົມ ພຣະອົງກົ່ງໜ້າທະນູຂອງພຣະອົງແລະຕຽມພ້ອມໄວ້.
ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ.
ແລ້ວບັນດາໝໍມົນຂອງກະສັດຟາໂຣກໍໃຊ້ຄາຖາອາຄົມຂອງພວກເຂົາ ກະທຳໄດ້ຄືກັນ ແລະກະສັດຟາໂຣແຮ່ງໃຈແຂງກະດ້າງດື້ດຶງຫລາຍຍິ່ງຂຶ້ນ. ເຫດການເປັນໄປຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ; ສະນັ້ນ ກະສັດຟາໂຣຈຶ່ງບໍ່ເຊື່ອຟັງໂມເຊແລະອາໂຣນ.
ແລະພວກໝໍມົນຈຶ່ງໄປບອກກະສັດຟາໂຣວ່າ, “ແມ່ນພຣະເຈົ້າທີ່ເຮັດສິ່ງນີ້!” ແຕ່ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຄືເກົ່າ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.
ແຕ່ເຮົາຈະຍົກເວັ້ນເຂດໂກເຊັນ ບ່ອນທີ່ປະຊາຊົນຂອງເຮົາອາໄສຢູ່. ບ່ອນນີ້ຈະບໍ່ມີຝູງເຫລືອກ. ເຮົາຈະເຮັດເຊັ່ນນີ້ກໍເພື່ອເຈົ້າຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວກໍຢູ່ເໜືອທ່າມກາງດິນແດນນີ້.
ມີແຕ່ເຂດໂກເຊັນ ບ່ອນທີ່ຊາວອິດສະຣາເອນອາໄສຢູ່ເທົ່ານັ້ນທີ່ໝາກເຫັບບໍ່ໄດ້ຕົກໃສ່.
ພຣະເຈົ້າຢາເວຈະເຮັດໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງສັດຂອງຊາວອິດສະຣາເອນ ແລະສັດຂອງຊາວເອຢິບ ແລະຝູງສັດຂອງຊາວອິດສະຣາເອນຈະບໍ່ຕາຍຈັກໂຕ.
ອີກເທື່ອໜຶ່ງ ປະຊາຊົນຂອງເຮົາຈະເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຄົນຊອບທຳແລະຄົນອະທຳ ແລະລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຜູ້ທີ່ຮັບໃຊ້ພຣະເຈົ້າ ແລະຕໍ່ຜູ້ທີ່ບໍ່ຮັບໃຊ້ພຣະອົງ.”
ຜູ້ໃດເຮັດໃຫ້ເຈົ້າຕ່າງຈາກຄົນອື່ນໆ ຫລືມີສິ່ງໃດທີ່ເຈົ້າບໍ່ໄດ້ຮັບ, ຖ້າເຈົ້າໄດ້ຮັບແລ້ວ ເປັນຫຍັງເຈົ້າຈຶ່ງອວດເໝືອນກັບວ່າເຈົ້າບໍ່ໄດ້ຮັບເລີຍ?
ແລ້ວທະຫານທັງໝົດຂອງໂຢຊວຍ ກໍໄດ້ກັບຄືນມາຫາເພິ່ນທີ່ຄ້າຍພັກມັກເກດາ. ຢູ່ໃນດິນແດນນັ້ນບໍ່ມີຜູ້ໃດກ້າຕໍ່ຕ້ານຊາວອິດສະຣາເອນ.