Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 11:6 - ພຣະຄຳພີສັກສິ

6 ສຽງ​ຮ້ອງໄຫ້​ຈະ​ດັງ​ກ້ອງສະໜັ່ນ​ທົ່ວ​ປະເທດ​ເອຢິບ ຢ່າງ​ບໍ່ເຄີຍ​ມີ​ມາ​ກ່ອນ​ຫລື​ຈະ​ບໍ່ມີ​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ອົບພະຍົບ 11:6
15 Jak'a apnaqawi uñst'ayäwi  

ແຕ່​ໃນ​ໝູ່​ບ້ານ​ຂອງ​ຊາວ​ອິດສະຣາເອນ ແມ່ນແຕ່​ສຽງ​ໝາ​ເຫົ່າ​ຄົນ​ແລະ​ສັດ​ກໍ​ຈະ​ບໍ່ມີ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ໃຫ້​ມີ​ຄວາມ​ແຕກຕ່າງ​ກັນ ລະຫວ່າງ​ຊາວ​ເອຢິບ​ແລະ​ຊາວ​ອິດສະຣາເອນ.’


ໃນ​ຄືນ​ນັ້ນ ກະສັດ​ຟາໂຣ, ບັນດາ​ຂ້າຣາຊການ ແລະ​ຊາວ​ເອຢິບ​ທັງໝົດ​ຕ່າງ​ກໍ​ຕື່ນ​ຂຶ້ນ​ມາ. ສຽງ​ຮ້ອງໄຫ້​ຄໍ່າຄວນ​ອຶກກະທຶກ ໄດ້​ດັງ​ສະໜັ່ນ​ໄປ​ທົ່ວ​ປະເທດ​ເອຢິບ ເພາະວ່າ​ທຸກ​ບ້ານ ທຸກ​ເຮືອນ​ໃດ​ກໍ​ມີ​ຄົນ​ຕາຍ.


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.


ສະນັ້ນ ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ໃຫ້​ໝາກເຫັບ​ລູກ​ໃຫຍ່​ຕົກລົງ​ຢ່າງ​ໜັກ ຢ່າງ​ບໍ່ເຄີຍ​ມີ​ມາ​ຈັກເທື່ອ​ໃນ​ປະຫວັດສາດ​ຂອງ​ປະເທດ​ເອຢິບ.


ຜູ້​ທີ່​ບໍ່​ຍອມ​ຟັງ​ຄຳ​ຂໍຮ້ອງ​ຂອງ​ຄົນທຸກ ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ເມື່ອ​ຕົນ​ຮ້ອງຂໍ.


ທຸກບ່ອນ​ຕາມ​ເຂດແດນ​ຂອງ​ໂມອາບ​ໄດ້ຍິນ​ແຕ່​ສຽງ​ຮ້ອງໄຫ້ ຈົນ​ໄປຮອດ​ເມືອງ​ເອັກລາອີມ​ແລະ​ເມືອງ​ເບເອເຣລີມ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຊາວ​ເອຢິບ​ຈະ​ເປັນ​ດັ່ງ​ພວກຜູ້ຍິງ. ພວກເຂົາ​ຈະ​ສັ່ນເຊັນ​ດ້ວຍ​ຄວາມ​ຢ້ານກົວ ເມື່ອ​ເຫັນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ມີ​ສຽງ​ໜຶ່ງ​ໃນ​ຣາມາ ສຽງ​ຮ້ອງໄຫ້​ຄວນຄາງ​ຢ່າງ​ລະທົມ​ຂົມຂື່ນ ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ລູກໆ​ຂອງຕົນ ທີ່​ໄດ້​ເສຍໄປ ຈຶ່ງ​ບໍ່​ຟັງ​ຄຳ​ປອບໃຈ​ໃດໆ​ທັງນັ້ນ.”


ຂ້ອຍ​ຮ້ອງຫາ​ຜູ້​ຊ່ວຍເຫລືອ​ສຽງ​ດັງໆ ແຕ່​ພຣະເຈົ້າ​ບໍ່​ຟັງ​ສຽງ​ຮ້ອງ​ຂອງຂ້ອຍ;


ການ​ຮ້ອງໄຫ້​ຄວນຄາງ​ຈະ​ມີ​ຢູ່​ໃນ​ສວນອະງຸ່ນ​ທຸກແຫ່ງ. ສິ່ງ​ເຫຼົ່ານີ້​ທັງໝົດ​ຈະ​ເກີດຂຶ້ນ ເພາະວ່າ​ເຮົາ​ຈະ​ມາ​ລົງໂທດ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ວັນນັ້ນ ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ທີ່​ປະຕູ​ປາ​ໃນ​ນະຄອນ​ເຢຣູຊາເລັມ. ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ໃນ​ເຂດ​ສ້າງ​ໃໝ່​ຂອງ​ຕົວເມືອງ ແລະ​ສຽງ​ແຕກ​ຕູ້ມຕ້າມ ຢູ່​ຕາມ​ເນີນພູ​ທັງຫລາຍ.


ຈາກ​ນັ້ນ ພວກເຈົ້າ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວ​ຟັນ ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດ​ທັງ​ຜູ້ທຳນວາຍ​ທຸກຄົນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ຈະ​ຖືກ​ຊັດຖິ້ມ​ອອກ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka