ອົບພະຍົບ 11:5 - ພຣະຄຳພີສັກສິ5 ແລະລູກຊາຍກົກໃນປະເທດເອຢິບທັງໝົດຈະຕາຍຄື: ຕັ້ງແຕ່ລູກຊາຍກົກຂອງກະສັດຟາໂຣຜູ້ທີ່ຈະສືບຕໍ່ຄອງຣາຊບັນລັງ ຕະຫລອດເຖິງລູກຊາຍກົກຂອງຄົນຮັບໃຊ້ຍິງໂມ້ແປ້ງ. ສັດໂຕເຖິກຫົວປີກໍຈະຕາຍໝົດຄືກັນ. Uka jalj uñjjattʼäta |
ເມື່ອກະສັດຟາໂຣແຫ່ງເອຢິບໃຈແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ພວກເຮົາໄປນັ້ນ ພຣະເຈົ້າຢາເວໄດ້ຂ້າລູກຊາຍກົກຫົວປີທັງໝົດຂອງຊາວເອຢິບຄື: ລູກຊາຍກົກຂອງຄົນແລະທັງລູກຫົວປີຂອງສັດໂຕເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາລູກຫົວປີຂອງສັດໂຕເຖິກແກ່ພຣະເຈົ້າຢາເວ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້.