Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 11:4 - ພຣະຄຳພີສັກສິ

4 ແລ້ວ​ໂມເຊ​ກໍໄດ້​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ໃນ​ຕອນ​ປະມານ​ທ່ຽງຄືນ ເຮົາ​ຈະ​ຜ່ານ​ໄປ​ທົ່ວ​ປະເທດ​ເອຢິບ

Uka jalj uñjjattʼäta Copia luraña




ອົບພະຍົບ 11:4
12 Jak'a apnaqawi uñst'ayäwi  

ເມື່ອໃດ​ເຈົ້າ​ໄດ້ຍິນ​ສຽງ​ຍ່າງ​ຢູ່​ເທິງ​ຕົ້ນໄມ້ ໃຫ້​ເຈົ້າ​ໂຈມຕີ​ເມື່ອນັ້ນ​ໂລດ ເພາະ​ພຣະເຈົ້າຢາເວ​ໄດ້​ໄປ​ອອກໜ້າ​ເຈົ້າ​ກ່ອນ​ເພື່ອ​ປາບ​ກອງທັບ​ຟີລິດສະຕິນ.”


ຄົນ​ໜຶ່ງ​ອາດ​ຕາຍ​ກະທັນຫັນ​ໃນ​ຕອນ​ກາງຄືນ ພຣະເຈົ້າ​ຕີ​ມະນຸດ​ໃຫ້​ລົ້ມລົງ ແລະ​ເຂົາ​ກໍ​ຕາຍໂລດ ພຣະອົງ​ຂ້າ​ມະນຸດ​ໄດ້​ຢ່າງ​ແສນ​ງ່າຍດາຍ ໂດຍ​ບໍ່ໄດ້​ໃຊ້​ຄວາມ​ພະຍາຍາມ​ຫຍັງ​ຈັກດີ້.


ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ໄປ​ແທ້ບໍ? ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ບໍ່​ໄປ​ກັບ​ກອງທັບ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລືນີ້?


ພຣະອົງ​ໄດ້​ຕັ້ງ​ໃຫ້​ເປັນ​ຂໍ້ຄຳສັ່ງ​ຂອງ​ໂຢເຊັບ ເມື່ອ​ພຣະອົງ​ໄດ້​ໂຈມຕີ​ດິນແດນ​ຂອງ​ເອຢິບ​ນັ້ນ. ຂ້ອຍ​ໄດ້ຍິນ​ສຽງ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຮູ້ຈັກ ສຽງ​ນັ້ນ​ໄດ້​ກ່າວ​ຈາ​ອອກ​ມາ​ດັ່ງນີ້:


ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເມື່ອ​ພຣະເຈົ້າຢາເວ​ຜ່ານ​ດິນແດນ​ເອຢິບ​ໄປ ເພື່ອ​ຂ້າ​ຊາວ​ເອຢິບ​ນັ້ນ ພຣະເຈົ້າຢາເວ​ຈະ​ເຫັນ​ເລືອດ​ທີ່​ທາ​ອ້ອມ​ຂອບ​ໄມ້​ວົງປະຕູ ແລະ​ຈະ​ບໍ່​ໃຫ້​ທູດ​ແຫ່ງ​ຄວາມຕາຍ ເຂົ້າ​ໄປ​ໃນ​ເຮືອນ ແລະ​ປະຫານ​ພວກເຈົ້າ.


ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ.


ພຣະເຈົ້າຢາເວ​ອອກ​ສູ່​ສະໜາມ ດັ່ງ​ນັກຮົບ​ຜູ້ໜຶ່ງ ຕຽມ​ເຂົ້າ​ສູ່​ສົງຄາມ ແລະ​ຫ້າວຫັນ​ເພື່ອ​ສູ້ຮົບ. ພໍ​ພຣະອົງ​ຮ້ອງ​ຕໍ່ສູ້​ກໍ​ມີ​ສຽງ​ສູ້ຮົບ​ໃນ​ສະໜາມ ເປັນ​ສົງຄາມ​ສູ້ຮົບ​ສັດຕູ​ດ້ວຍ​ຣິດທານຸພາບ.


“ເຮົາ​ໄດ້​ໃຫ້​ພວກເຈົ້າ​ເກີດ​ພະຍາດ​ລະບາດ ດັ່ງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ເອຢິບ​ນັ້ນ. ເຮົາ​ໄດ້​ຂ້າ​ຊາຍໜຸ່ມ​ທັງຫລາຍ​ຂອງ​ພວກເຈົ້າ​ທີ່​ສະໜາມຮົບ ແລະ​ເອົາ​ມ້າ​ເສິກ​ຂອງ​ພວກເຈົ້າ​ໜີໄປ. ເຮົາ​ໄດ້​ໃຫ້​ພວກເຈົ້າ​ດົມ​ກິ່ນ​ເໝັນ​ຊາກສົບ​ຄົນ​ຕາຍ​ຕາມ​ຄ້າຍພັກ​ຕ່າງໆ​ຂອງ​ພວກເຈົ້າ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ການ​ຮ້ອງໄຫ້​ຄວນຄາງ​ຈະ​ມີ​ຢູ່​ໃນ​ສວນອະງຸ່ນ​ທຸກແຫ່ງ. ສິ່ງ​ເຫຼົ່ານີ້​ທັງໝົດ​ຈະ​ເກີດຂຶ້ນ ເພາະວ່າ​ເຮົາ​ຈະ​ມາ​ລົງໂທດ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າ​ຈະ​ໄຂ​ຫົນທາງ​ໃຫ້​ພວກເຂົາ ແລະ​ນຳ​ພວກເຂົາ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ຈະ​ທະລຸ​ອອກ​ໄປ​ທາງ​ປະຕູເຂົ້າ​ເມືອງ ແລະ​ຈະ​ປົບໜີໄປ​ຢ່າງ​ອິດສະຫລະ. ພຣະເຈົ້າຢາເວ​ເອງ ຜູ້​ເປັນ​ກະສັດ​ຂອງ​ພວກເຂົາ​ຈະ​ນຳພາ​ພວກເຂົາ​ອອກ​ໄປ.


ພໍ​ເຖິງ​ທ່ຽງ​ຄືນ​ກໍ​ມີ​ສຽງ​ຮ້ອງ​ດັງ​ຂຶ້ນ​ວ່າ, ‘ເຈົ້າບ່າວ​ມາ​ແລ້ວ ຈົ່ງ​ອອກ​ໄປ​ຮັບ​ເພິ່ນ​ເຖີດ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka