Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 11:3 - ພຣະຄຳພີສັກສິ

3 ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຄົນ​ເອຢິບ​ຢຳເກງ​ຄົນ​ອິດສະຣາເອນ. ແທ້ຈິງ​ແລ້ວ ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ທັງໝົດ​ຕ່າງ​ກໍ​ຍອມ​ຮັບ​ວ່າ ໂມເຊ​ເປັນ​ບຸລຸດ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ.

Uka jalj uñjjattʼäta Copia luraña




ອົບພະຍົບ 11:3
14 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ໂຢເຊັບ​ແລະ​ເມດຕາ​ລາວ. ດັ່ງນັ້ນ ຫົວໜ້າ​ຜູ້ຄຸມຄຸກ​ຈຶ່ງ​ພໍອົກ​ພໍໃຈ​ນຳ​ໂຢເຊັບ.


ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ໄດ້​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ພ່າຍແພ້​ໃນ​ຂະນະທີ່​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ເປັນ​ຜູ້​ມີ​ຊື່ສຽງ ດັ່ງ​ບັນດາ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.


ບັດນີ້ ກໍ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ທົ່ວ​ທັງ​ອານາຈັກ​ແລ້ວ​ວ່າ ມໍເດໄກ​ມີ​ອຳນາດ​ໃນ​ຣາຊວັງ ແລະ​ມີ​ອຳນາດ​ຫລາຍ​ຂຶ້ນ​ເລື້ອຍໆ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ທີ່​ກົດຂີ່​ພວກເຂົາ ເມດຕາ​ສົງສານ​ພວກເຂົາ​ດ້ວຍ.


ພວກເຂົາ​ກະທຳ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ຄື​ໄດ້​ຂໍ​ໃຫ້​ເອົາ​ເຄື່ອງ​ເງິນ, ເຄື່ອງ​ຄຳ​ແລະ​ເສື້ອຜ້າ​ນຳ​ຊາວ​ເອຢິບ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊາວ​ເອຢິບ​ຢຳເກງ​ຊາວ​ອິດສະຣາເອນ ແລະ​ມອບ​ສິ່ງຂອງ​ໃຫ້​ພວກເຂົາ​ຕາມ​ທີ່​ຊາວ​ອິດສະຣາເອນ​ຂໍຮ້ອງ​ເອົາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງໄດ້​ຢຶດເອົາ​ຊັບສົມບັດ​ຂອງ​ຊາວ​ເອຢິບ​ໄປ.


ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຢຳເກງ​ປະຊາຊົນ​ຂອງເຮົາ ເພື່ອ​ວ່າ​ເມື່ອ​ພວກເຂົາ​ອອກ​ໄປ​ນັ້ນ ພວກເຂົາ​ຈະ​ບໍ່ໄດ້​ໜີໄປ​ໂດຍ​ມືເປົ່າ.


ພວກ​ລູກຊາຍ​ຂອງ​ຄົນ​ທີ່​ກົດຂີ່​ເຈົ້າ​ກໍ​ຈະ​ມາ ກົ້ມ​ຂາບລົງ​ເພື່ອ​ໃຫ້​ຄວາມນັບຖື​ແກ່​ເຈົ້າ. ຜູ້​ທີ່​ເຄີຍ​ຫຍໍ້ຫຍັນ​ເຈົ້າ​ແຕ່​ເມື່ອກ່ອນ​ເມື່ອຫລັງ ກໍ​ຈະ​ນະມັດສະການ​ເຮົາ​ທີ່​ແທບ​ຕີນ​ເຈົ້າ. ພວກເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ‘ນະຄອນ​ຂອງ​ພຣະເຈົ້າຢາເວ’ ‘ຊີໂອນ ເມືອງ​ຂອງ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.’


ໂມເຊ​ໄດ້​ຮັບ​ການ​ສິດສອນ​ຮຽນຮູ້ ໃນ​ວິຊາການ​ທຸກຢ່າງ​ຂອງ​ຊາວ​ເອຢິບ ແລະ​ກາຍເປັນ​ຜູ້​ມີ​ຄວາມ​ສາມາດ​ໃນ​ຄຳ​ເວົ້າຈາ ແລະ​ການ​ກະທຳ.


ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ເຄີຍ​ມີ​ຜູ້ທຳນວາຍ​ຄົນ​ໃດ​ເໝືອນດັ່ງ​ໂມເຊ; ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ໜ້າ​ຕໍ່ໜ້າ.


ບໍ່ມີ​ຜູ້ທຳນວາຍ​ອື່ນໃດ​ທີ່​ເຄີຍ​ໄດ້​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ໃຫ້​ໂມເຊ​ກະທຳ ເພື່ອ​ຕໍ່ສູ້​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ, ຂ້າຣາຊການ ແລະ​ດິນແດນ​ທັງໝົດ​ຂອງເພິ່ນ.


ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ໃນ​ມື້​ນັ້ນ ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຖື​ໂຢຊວຍ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ. ພວກເຂົາ​ໃຫ້ກຽດ​ໂຢຊວຍ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ໃຫ້ກຽດ​ໂມເຊ.


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka