2 ບັດນີ້ ຈົ່ງບອກຊາວອິດສະຣາເອນທຸກຄົນໃຫ້ຂໍເອົາເຄື່ອງເງິນ, ເຄື່ອງຄຳຈາກເພື່ອນບ້ານຂອງພວກເຂົາ.”
ແລ້ວລາວກໍເອົາເສື້ອຜ້າກັບເຄື່ອງເອ້ເປັນເງິນເປັນຄຳອອກມາ ແລະມອບໃຫ້ນາງເຣເບກາ. ລາວຍັງເອົາຂອງຂວັນລາຄາແພງໃຫ້ແມ່ແລະອ້າຍຂອງນາງເຣເບກາດ້ວຍ.
ພຣະເຈົ້າໄດ້ເອົາຝູງສັດຂອງພໍ່ພວກນ້ອງມາໃຫ້ອ້າຍ.
ແລ້ວພຣະອົງກໍໄດ້ນຳພວກອິດສະຣາເອນອອກໄປ ພວກເຂົາໄດ້ຖືເອົາເງິນແລະຄຳໄປນຳດ້ວຍ, ທຸກຄົນຕ່າງກໍມີສຸຂະພາບແຂງແຮງດີ ພ້ອມທັງມີກຳລັງເຂັ້ມແຂງດີດ້ວຍ.
ແຜ່ນດິນໂລກແລະທຸກສິ່ງຢູ່ໃນນັ້ນ ກໍເປັນຂອງພຣະເຈົ້າຢາເວ ແຜ່ນດິນໂລກແລະທຸກຄົນທີ່ອາໄສຢູ່ ກໍເປັນຂອງພຣະອົງດ້ວຍ.
ເຮົາຈະເຮັດໃຫ້ຊາວເອຢິບຢຳເກງປະຊາຊົນຂອງເຮົາ ເພື່ອວ່າເມື່ອພວກເຂົາອອກໄປນັ້ນ ພວກເຂົາຈະບໍ່ໄດ້ໜີໄປໂດຍມືເປົ່າ.
ໃຫ້ຜູ້ຍິງຊາວອິດສະຣາເອນແຕ່ລະຄົນໄປຂໍເຄື່ອງເງິນ, ເຄື່ອງຄຳ ແລະຂໍເສື້ອຜ້າຈາກຜູ້ຍິງຊາວເອຢິບທີ່ຢູ່ບ້ານດຽວກັນ ແລະຈາກບ້ານໃກ້ເຮືອນຄຽງຂອງຕົນ. ຊາວອິດສະຣາເອນຈະເອົາສິ່ງຂອງເຫຼົ່ານີ້ ມາຕົບແຕ່ງໃຫ້ພວກລູກຊາຍຍິງຂອງຕົນ ແລະພວກເຂົາກໍຈະຂົນເອົາຊັບສົມບັດຂອງຊາວເອຢິບໄປນຳ.”
ຂ້ອຍໄດ້ຂໍໃຫ້ພວກເຂົານຳເຄື່ອງເອ້ທີ່ເປັນຄຳມາໃຫ້ຂ້ອຍ ແລະຜູ້ທີ່ມີກໍປົດອອກມາໃຫ້ຂ້ອຍໂລດ. ຂ້ອຍໄດ້ໂຍນເຄື່ອງເອ້ເຫຼົ່ານັ້ນຖິ້ມໃສ່ໄຟ ແລະຈາກສິ່ງເຫຼົ່ານັ້ນກໍອອກມາເປັນຮູບງົວຄຳໂຕນີ້ແຫຼະ.”
ທຸກຄົນທີ່ເຕັມໃຈໃຫ້ທັງຍິງແລະຊາຍກໍໄດ້ນຳເຄື່ອງເອ້ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະເຄື່ອງເອ້ຕ່າງໆເປັນຄຳຢ່າງອື່ນມາຖວາຍແກ່ພຣະເຈົ້າຢາເວ.
ຄົນດີປະຊັບສົມບັດໄວ້ໃຫ້ລູກຫລານ, ແຕ່ຊັບສົມບັດຂອງຄົນບາບກໍສະສົມໄວ້ສຳລັບຄົນຊອບທຳ.
ເງິນແລະຄຳທັງໝົດຢູ່ໃນໂລກນີ້ເປັນຂອງເຮົາ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
ຂ້ອຍມີສິດເຮັດໃນສິ່ງທີ່ຂ້ອຍຢາກເຮັດກັບເງິນຂອງຂ້ອຍບໍ່ແມ່ນບໍ? ເປັນຫຍັງຈຶ່ງອິດສາເມື່ອເຫັນຂ້ອຍໃຈດີ?”’