ອົບພະຍົບ 11:10 - ພຣະຄຳພີສັກສິ10 ໂມເຊແລະອາໂຣນໄດ້ເຮັດການອັດສະຈັນເຫຼົ່ານັ້ນຊ້ອງໜ້າກະສັດຟາໂຣ, ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງ ແລະເພິ່ນບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນອອກໜີໄປຈາກປະເທດ. Uka jalj uñjjattʼäta |
ພຣະເຈົ້າຢາເວຍັງໄດ້ສັ່ງໂມເຊໄວ້ອີກວ່າ, “ບັດນີ້ ເຈົ້າກຳລັງເດີນທາງກັບຄືນສູ່ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣເຫັນແທ້ໆຄື: ເຮັດຕາມຣິດອຳນາດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ປະຊາຊົນໄປ.