Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:9 - ພຣະຄຳພີສັກສິ

9 ໂມເຊ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໄປ​ໝົດ​ທຸກຄົນ ລວມ​ທັງ​ເດັກນ້ອຍ​ແລະ​ຜູ້ເຖົ້າ. ພວກ​ຂ້ານ້ອຍ​ຈະ​ເອົາ​ລູກ​ຊາຍ​ຍິງ, ຝູງແກະ, ຝູງແບ້ ແລະ​ພ້ອມ​ທັງ​ຝູງງົວ​ໄປ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ຈະ​ຈັດ​ເທດສະການ ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ​ຂອງ​ພວກ​ຂ້ານ້ອຍ.”

Uka jalj uñjjattʼäta Copia luraña




ອົບພະຍົບ 10:9
19 Jak'a apnaqawi uñst'ayäwi  

ຄອບຄົວ​ຂອງ​ໂຢເຊັບ, ພວກ​ອ້າຍ​ນ້ອງ​ຂອງ​ເພິ່ນ ແລະ​ຄອບຄົວ​ຂອງ​ພໍ່​ທັງໝົດ​ກໍ​ໄປ​ນຳ​ເໝືອນກັນ. ເວັ້ນໄວ້​ແຕ່​ພວກ​ເດັກນ້ອຍ, ຝູງແກະ, ຝູງແບ້ ແລະ​ຝູງງົວ​ທີ່​ປະ​ໄວ້​ຢູ່​ໃນ​ເຂດ​ໂກເຊັນ.


ກະສັດ​ຟາໂຣ​ຈຶ່ງ​ກ່າວ​ຂຶ້ນ​ທັນທີ​ວ່າ, “ບໍ່ໄດ້ ເຮົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ຈະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຈົ້າ​ເອົາ​ພວກຜູ້ຍິງ​ແລະ​ເດັກນ້ອຍ​ໄປ​ນຳ ມັນ​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ກຳລັງ​ວາງແຜນ​ກໍ່​ການ​ກະບົດ.


ພວກ​ຂ້ານ້ອຍ​ຕ້ອງ​ເອົາ​ສັດ​ຂອງ​ພວກ​ຂ້ານ້ອຍ​ໄປ​ນຳ ແລະ​ບໍ່​ໃຫ້​ເຫຼືອ​ຢູ່​ໃນ​ທີ່​ນີ້​ຈັກ​ໂຕ​ເລີຍ. ພວກ​ຂ້ານ້ອຍ​ເອງ​ຈະ​ເປັນ​ຜູ້​ເລືອກ​ເອົາ​ສັດ​ທີ່​ຈະ​ຂ້າ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຈົນ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່​ຮູ້​ວ່າ​ຈະ​ເອົາ​ສັດ​ໂຕ​ໃດ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”


ໃຫ້​ເອົາ​ຝູງແກະ​ຝູງແບ້​ກັບ​ຝູງງົວ​ຂອງ​ພວກເຈົ້າ​ໜີໄປ​ນຳ ແລະ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ຊົງ​ໂຜດ​ອວຍພອນ​ເຮົາ​ດ້ວຍ.”


ຊາວ​ອິດສະຣາເອນ​ພາກັນ​ອອກ​ໄປ​ຈາກ​ເມືອງ​ຣາມາເຊັດ ມຸ້ງໜ້າ​ສູ່​ເມືອງ​ຊຸກໂກດ. ຜູ້​ເດີນທາງ​ມີ​ປະມານ​ຫົກແສນ​ຄົນ​ໂດຍ​ບໍ່​ນັບ​ຜູ້ຍິງ​ແລະ​ເດັກນ້ອຍ.


ນອກຈາກນີ້​ກໍ​ຍັງ​ມີ​ຄົນ​ເຊື້ອຊາດ​ອື່ນໆ ຝູງແກະ​ຝູງແບ້​ແລະ​ຝູງງົວ ເດີນທາງ​ໄປ​ນຳ​ອີກ​ດ້ວຍ.


ຈົ່ງ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ແລະ​ໃນ​ວັນ​ທີ​ເຈັດ​ໃຫ້​ຈັດ​ເທດສະການ​ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ.


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’


ໂມເຊ​ແລະ​ອາໂຣນ​ຕອບ​ຄືນ​ວ່າ, “ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ໄດ້​ປາກົດ​ແກ່​ພວກເຮົາ. ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ເດີນທາງ​ເປັນ​ໄລຍະ​ສາມ​ວັນ ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ຖ້າບໍ່​ດັ່ງນັ້ນ ພຣະອົງ​ຈະ​ຂ້າ​ພວກເຮົາ​ດ້ວຍ​ໂຣກໄພ​ໄຂ້ເຈັບ​ຫລື​ດ້ວຍ​ເສິກ​ສົງຄາມ.”


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ດ້ວຍ​ຊັບສິນ​ຂອງຕົນ ດ້ວຍ​ຜົນ​ທໍາອິດ​ອັນ​ດີທີ່ສຸດ​ຈາກ​ຜົນລະປູກ​ທັງໝົດ​ຂອງເຈົ້າ.


ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”


ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ. ຈົ່ງ​ສະຫລອງ​ເທດສະການ​ນີ້ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ​ຕະຫລອດ​ເຈັດ​ວັນ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.


ຝ່າຍ​ພໍ່​ແມ່​ຢ່າ​ເຮັດ​ໃຫ້​ລູກ​ຂອງຕົນ​ຂັດເຄືອງ​ໃຈ ແຕ່​ຈົ່ງ​ອົບຮົມ​ສັ່ງສອນ​ພວກເຂົາ​ຕາມ​ລະບຽບ ແລະ​ຫລັກ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka