Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:7 - ພຣະຄຳພີສັກສິ

7 ບັນດາ​ຂ້າຣາຊການ​ຈຶ່ງ​ຖາມ​ກະສັດ​ຟາໂຣ​ວ່າ, “ຊາຍ​ຄົນ​ນີ້​ຍັງ​ຈະ​ເຮັດ​ໃຫ້​ພວກເຮົາ​ເດືອດຮ້ອນ​ຢູ່​ອີກ​ເຫິງ​ປານໃດ? ຈົ່ງ​ປ່ອຍ​ຊາວ​ອິດສະຣາເອນ​ໄປ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສາ. ທ່ານ​ບໍ່​ເຫັນ​ບໍ​ວ່າ ເອຢິບ​ກຳລັງ​ຈິບຫາຍ​ວາຍວອດ​ພຽງ​ໃດ​ແລ້ວ?”

Uka jalj uñjjattʼäta Copia luraña




ອົບພະຍົບ 10:7
16 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ເຮັດ​ໃຫ້​ດິນ​ດີ​ກາຍເປັນ​ດິນ​ເຄັມ​ໄປ​ໝົດ ເພາະ​ຄວາມຊົ່ວ​ຂອງ​ພວກ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.


ຊາວ​ເອຢິບ​ໄດ້​ຂໍຮ້ອງ​ຊົນຊາດ​ນີ້​ໃຫ້​ຟ້າວ​ອອກ​ໜີໄປ​ຈາກ​ປະເທດ. ພວກເຂົາ​ໄດ້​ເວົ້າ​ວ່າ, “ພວກເຮົາ​ຈະ​ຕາຍ​ກັນ​ໝົດ​ຖ້າ​ພວກເຈົ້າ​ບໍ່​ໜີໄປ.”


ຢ່າ​ຍອມ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຍອມ ພວກເຂົາ​ຈະ​ພາ​ພວກເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຮົາ. ຖ້າ​ພວກເຈົ້າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ການ​ກະທຳ​ເຊັ່ນນັ້ນ​ກໍ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ ສຳລັບ​ດັກຈັບ​ພວກເຈົ້າ​ເອງ.


ຊາວ​ເອຢິບ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ກໍ​ຕໍ່​ເມື່ອ​ເຮົາ​ໃຊ້​ຣິດອຳນາດ​ຂອງເຮົາ​ຕໍ່ສູ້​ພວກເຂົາ ແລະ​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ຂອງ​ພວກເຂົາ​ເທົ່ານັ້ນ.”


ແລະ​ພວກ​ໝໍມົນ​ຈຶ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ, “ແມ່ນ​ພຣະເຈົ້າ​ທີ່​ເຮັດ​ສິ່ງ​ນີ້!” ແຕ່​ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຄື​ເກົ່າ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ຄົນ​ຊົ່ວຮ້າຍ​ຖືກ​ແຮ້ວ​ໃນ​ບາບກຳ​ຂອງຕົນ ໃນ​ຂະນະທີ່​ຄົນ​ສັດຊື່ ມີ​ຄວາມສຸກ​ແລະ​ມີ​ອິດສະລະພາບ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ສິ່ງໜຶ່ງ​ທີ່​ຂົມຂື່ນ​ຫລາຍກວ່າ​ຄວາມຕາຍ​ຄື: ແມ່ຍິງ​ທີ່​ມີ​ຈິດໃຈ​ເປັນ​ບ້ວງແຮ້ວ​ແລະ​ຕະຂ່າຍ ແຂນ​ຂອງ​ນາງ​ເປັນ​ເໝືອນ​ສາຍໂສ້. ຜູ້ຊາຍ​ທີ່​ພຣະເຈົ້າ​ພໍໃຈ​ນຳ​ຈະ​ໜີ​ພົ້ນ​ໄປ​ໄດ້, ແຕ່​ນາງ​ຈະ​ດັກຈັບ​ຄົນບາບ​ໄວ້.


ຍ້ອນ​ເຈົ້າ​ໄດ້​ທຳລາຍ​ປະເທດ​ຂອງເຈົ້າ​ໃຫ້​ຮົກຮ້າງ​ເພພັງ ແລະ​ຂ້າ​ປະຊາຊົນ​ຂອງຕົນເອງ; ສະນັ້ນ ເຈົ້າ​ຈະ​ບໍ່ໄດ້​ຖືກ​ຝັງ​ໄວ້​ດັ່ງ​ກະສັດ​ອື່ນໆ. ບໍ່ມີ​ຜູ້ໃດ​ຈັກ​ຄົນ​ໃນ​ຄອບຄົວ​ອັນ​ຊົ່ວຮ້າຍ​ຂອງເຈົ້າ​ນັ້ນ​ຈະ​ລອດຊີວິດ.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຕື່ນ​ຂຶ້ນ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ແດ່ ຈົ່ງ​ໃຊ້​ຣິດທານຸພາບ​ຊ່ວຍຊູ​ແດ່ທ້ອນ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໃນ​ສະໄໝ​ບູຮານ ພຣະອົງ​ໄດ້​ຕັດ​ຣາຮາບ ໃນ​ທະເລ​ຂາດ​ເປັນ​ຕ່ອນໆ.


ໂມອາບ​ກໍໄດ້​ຖືກ​ທຳລາຍ​ລົງ​ໝົດ​ໃດ ຈົ່ງ​ຟັງ​ເດັກນ້ອຍ​ກຳລັງ​ຮ້ອງໄຫ້​ຢູ່​ຍົ່ວໆ.


ບາບີໂລນ​ແຕກ​ຢ່າງ​ກະທັນຫັນ ແລະ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍ ຈົ່ງ​ໄວ້ທຸກ​ໃຫ້​ສາ ຈົ່ງ​ຊອກ​ຫາ​ຢາ​ມາ​ໃສ່​ບາດ ແລະ​ບາງທີ​ອາດ​ດີ​ກໍ​ເປັນ​ໄດ້.


ໃນ​ມື້​ນັ້ນ ເມື່ອ​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ ແມ່ນແຕ່​ເງິນ​ແລະ​ຄຳ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ກໍ​ຈະ​ຊ່ວຍ​ຫຍັງ​ພວກເຂົາ​ບໍ່ໄດ້. ແຜ່ນດິນ​ໂລກ​ທັງໝົດ​ຈະ​ຖືກ​ທຳລາຍ ດ້ວຍ​ໄຟ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ເຖິງ​ທີ່​ສິ້ນສຸດ ຄື​ການ​ສິ້ນສຸດ​ຢ່າງ​ກະທັນຫັນ​ແກ່​ທຸກໆ​ຄົນ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.


ເຮົາ​ກ່າວ​ດັ່ງນີ້ ເພື່ອ​ຜົນ​ປະໂຫຍດ​ຂອງ​ພວກເຈົ້າ​ເອງ ແລະ​ບໍ່ແມ່ນ​ເຮົາ​ວາງ​ຂໍ້​ຜູກມັດ​ໃດໆ​ໃຫ້​ແກ່​ພວກເຈົ້າ, ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ປະພຶດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເໝາະສົມ ໃນ​ການ​ບົວລະບັດ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ໂດຍ​ບໍ່ມີ​ໃຈ​ເປັນ​ສອງກໍ້າ​ສອງຝ່າຍ.


ກໍ​ໃຫ້​ພວກເຈົ້າ​ຮູ້ແນ່​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ບໍ່​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ. ນອກຈາກນີ້ ພວກເຂົາ​ຈະ​ເປັນ​ດັ່ງ​ແຮ້ວ​ແລະ​ຫລຸມ​ດັກຈັບ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ອັນຕະລາຍ ແລະ​ເປັນ​ດັ່ງ​ໄມ້ແສ້​ຂ້ຽນ​ຫລັງ ຫລື​ສ້ຽນ​ໃນ​ຕາ​ທີ່​ເຮັດ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຈັບປວດ. ເລື່ອງ​ນີ້​ຈະ​ມີ​ຢູ່​ຕໍ່ໄປ​ຈົນກວ່າ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ເຫຼືອ​ຢູ່​ໃນ​ດິນແດນ​ອັນ​ສວຍງາມ​ນີ້ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ.


ເພິ່ນ​ກ່າວ​ແກ່​ຕົນເອງ​ວ່າ, “ເຮົາ​ຈະ​ຍົກ​ມີການ​ໃຫ້​ດາວິດ ແລະ​ເຮົາ​ຈະ​ໃຊ້​ນາງ​ດັກຈັບ​ດາວິດ​ໃຫ້​ພວກ​ຟີລິດສະຕິນ​ຂ້າ.” ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ເວົ້າ​ກັບ​ດາວິດ​ເປັນ​ຄັ້ງ​ທີ​ສອງ​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ລູກ​ເຂີຍ​ຂອງເຮົາ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊີນ​ເອົາ​ກະສັດ​ແຫ່ງ​ຟີລິດສະຕິນ​ທັງໝົດ​ມາ ແລະ​ຂໍຮ້ອງ​ວ່າ, “ຈົ່ງ​ສົ່ງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກັບຄືນ​ເມືອ​ບ່ອນ​ເກົ່າ​ສາ ເພື່ອ​ວ່າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ​ຈະ​ບໍ່ໄດ້​ຖືກ​ຂ້າ​ຕາຍ.” ທົ່ວ​ທັງ​ເມືອງ​ເລີຍ​ເກີດ​ສັບສົນ​ວຸ້ນວາຍ​ກັນ​ຫຼາຍ ຍ້ອນ​ວ່າ​ພຣະເຈົ້າ​ໄດ້​ລົງໂທດ​ພວກເຂົາ​ຢ່າງໜັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka