Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:6 - ພຣະຄຳພີສັກສິ

6 ມັນ​ຈະ​ເຂົ້າ​ໄປ​ຢູ່​ເຕັມ​ຣາຊວັງ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ ແລະ​ເຮືອນ​ຂອງ​ປະຊາຊົນ​ທຸກຄົນ. ມັນ​ໂຫດຮ້າຍ​ກວ່າ​ສິ່ງໃດໆ​ທັງໝົດ ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ເຄີຍ​ໄດ້​ເຫັນ​ມາ.”’ ແລ້ວ​ໂມເຊ​ກໍໄດ້​ອຳລາ​ກະສັດ​ຟາໂຣ​ກັບໄປ.

Uka jalj uñjjattʼäta Copia luraña




ອົບພະຍົບ 10:6
11 Jak'a apnaqawi uñst'ayäwi  

ບໍ່ໄດ້ ຖ້າ​ພວກເຈົ້າ​ຢາກ​ໄປ​ນະມັດສະການ​ພຣະເຈົ້າຢາເວ ກໍ​ໃຫ້​ແຕ່​ຜູ້ຊາຍ​ເທົ່ານັ້ນ​ໄປ.” ແລ້ວ​ໂມເຊ​ແລະ​ອາໂຣນ​ກໍ​ຖືກ​ໄລ່​ໃຫ້​ອອກ​ໄປ​ຈາກ​ວັງ​ຂອງ​ກະສັດ​ຟາໂຣ.


ສຽງ​ຮ້ອງໄຫ້​ຈະ​ດັງ​ກ້ອງສະໜັ່ນ​ທົ່ວ​ປະເທດ​ເອຢິບ ຢ່າງ​ບໍ່ເຄີຍ​ມີ​ມາ​ກ່ອນ​ຫລື​ຈະ​ບໍ່ມີ​ອີກ​ຈັກເທື່ອ.


ບັນດາ​ຂ້າຣາຊການ​ທັງໝົດ​ຂອງທ່ານ​ຈະ​ມາ​ຫາ​ຂ້ານ້ອຍ ແລະ​ພາກັນ​ຂາບລົງ ແລະ​ຈະ​ຂໍຮ້ອງ​ຂ້ານ້ອຍ ໃຫ້​ນຳພາ​ປະຊາຊົນ​ຂອງ​ຂ້ານ້ອຍ​ທັງໝົດ​ນີ້​ອອກ​ໄປ​ຈາກ​ປະເທດ. ຫລັງຈາກ​ນັ້ນ​ແລ້ວ ຂ້ານ້ອຍ​ຈຶ່ງ​ຈະ​ຈາກ​ໄປ.” ແລ້ວ​ໂມເຊ​ກໍ​ຈາກ​ກະສັດ​ຟາໂຣ​ໄປ​ດ້ວຍ​ໃຈ​ໂກດຮ້າຍ​ທີ່ສຸດ.


ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ພວກເຂົາ​ໄປ ເຮົາ​ຈະ​ລົງໂທດ​ປະເທດ​ນີ້ ໂດຍ​ສົ່ງ​ຝູງເຫລືອກ​ມາ​ຕອມ​ຕົວ​ເຈົ້າ, ບັນດາ​ຂ້າຣາຊການ​ຂອງ​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ວັງ​ຂອງ​ເຈົ້າ. ຕາມ​ບ້ານເຮືອນ​ແລະ​ຕາມ​ໜ້າດິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງເຫລືອກ.


ແມ່ນໍ້ານິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ. ມັນ​ຈະ​ເຂົ້າ​ໄປ​ໃນ​ວັງ, ເຂົ້າ​ໄປ​ໃນ​ຫ້ອງ​ນອນ, ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ, ໃນ​ເຮືອນ​ຂອງ​ປະຊາຊົນ ແລະ​ແມ່ນແຕ່​ໃນ​ເຕົາ​ອົບ​ແລະ​ໃນ​ຮາງ​ນວດແປ້ງ.


ສະນັ້ນ ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ໃຫ້​ໝາກເຫັບ​ລູກ​ໃຫຍ່​ຕົກລົງ​ຢ່າງ​ໜັກ ຢ່າງ​ບໍ່ເຄີຍ​ມີ​ມາ​ຈັກເທື່ອ​ໃນ​ປະຫວັດສາດ​ຂອງ​ປະເທດ​ເອຢິບ.


ມີ​ໝາກເຫັບ​ແລະ​ໄຟ​ປົນ​ໝາກເຫັບ​ຕົກ​ລົງມາ​ຢ່າງ​ໜັກ ແບບ​ທີ່​ບໍ່ເຄີຍ​ມີ​ມາ​ຈັກເທື່ອ ໃນ​ທົ່ວ​ດິນແດນ​ຂອງ​ປະເທດ​ເອຢິບ, ຕັ້ງແຕ່​ເອຢິບ​ເລີ້ມ​ເປັນ​ປະເທດ​ມາ.


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ມັນ​ຟ້າວ​ບຸກ​ເຂົ້າ ແລະ​ກະຈາຍ​ໄປ​ທົ່ວເມືອງ ແລ້ວ​ຕ່າງ​ກໍ​ແລ່ນ​ຂ້າມ​ກຳແພງ​ໄປ; ມັນ​ປີນ​ຂຶ້ນໄປ​ສູ່​ເທິງ​ເຮືອນ​ທັງຫຼາຍ ແລະ​ລອດປ່ອງ​ເຂົ້າ​ໄປ​ດັ່ງ​ຂະໂມຍ​ງັດແງະ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka