Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:5 - ພຣະຄຳພີສັກສິ

5 ມັນ​ຈະ​ມາ​ເປັນ​ຈຳນວນ​ຫລວງຫລາຍ​ປົກຄຸມ​ຢູ່​ທົ່ວ​ໄປ ຈົນ​ເບິ່ງ​ບໍ່​ເຫັນ​ໜ້າ​ດິນ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ໝາກເຫັບ​ບໍ່ໄດ້​ທຳລາຍ ແມ່ນແຕ່​ຕົ້ນໄມ້​ທີ່​ເຫຼືອ​ຢູ່.

Uka jalj uñjjattʼäta Copia luraña




ອົບພະຍົບ 10:5
7 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ເທິງ​ປະເທດ​ເອຢິບ ເພື່ອ​ນຳ​ເອົາ​ຕັກແຕນ​ມາ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ງອກ​ຂຶ້ນ ແລະ​ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ຖືກ​ໝາກເຫັບ​ທຳລາຍ.”


ຝູງ​ຕັກແຕນ​ໄດ້​ໄຕ່​ໄປມາ​ຫຸ້ມ​ໜ້າ​ດິນ​ຈົນ​ດຳ​ໄປ​ໝົດ; ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ໝາກເຫັບ​ທຳລາຍ​ຖືກ​ມັນ​ກິນ​ໝົດ ລວມ​ທັງ​ໝາກໄມ້​ໃນ​ຕົ້ນ ພືດ​ຫລື​ຕົ້ນໄມ້​ໃນ​ປະເທດ​ເອຢິບ ບໍ່ມີ​ສິ່ງໃດ​ທີ່​ມີ​ສີ​ຂຽວ​ເຫຼືອ​ຢູ່​ເລີຍ.


ຖ້າ​ເຈົ້າ​ຍັງ​ສືບຕໍ່​ປະຕິເສດ​ຢູ່​ໃນ​ມື້ອື່ນ​ນີ້ ເຮົາ​ຈະ​ໃຫ້​ຝູງຕັກແຕນ​ເຂົ້າ​ມາ​ໃນ​ປະເທດ​ຂອງ​ເຈົ້າ.


ແຕ່​ເຂົ້າ​ບະເລ​ນັ້ນ​ບໍ່ໄດ້​ຖືກ​ທຳລາຍ ເພາະ​ຍັງ​ບໍ່ທັນ​ພົ້ນ​ດິນ​ຂຶ້ນ​ມາ​ເທື່ອ.


ຕັກແຕນ​ເປັນ​ໝູ່ໆ​ກັດ​ກິນ​ຜົນລະປູກ​ທັງຫລາຍ ສິ່ງ​ເຫຼືອ​ຈາກ​ຕັກແຕນ​ໝູ່​ໜຶ່ງ​ກໍ​ມີ​ໝູ່​ອື່ນ​ກິນ​ອີກ.


ຜົນລະປູກ​ທີ່​ພວກເຈົ້າ​ເສຍ​ໃນ​ປີ​ທີ່​ຝູງຕັກແຕນ​ກິນ ເຮົາ​ຈະ​ທົດແທນ​ໃຫ້​ຄືນ​ສິ່ງ​ທີ່​ໄດ້​ເສຍໄປ​ນັ້ນ. ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ກອງທັບ​ຕັກແຕນ​ນີ້​ມາ ເພື່ອ​ວ່າ​ໃຫ້​ມັນ​ໄດ້​ຕໍ່ສູ້​ພວກເຈົ້າ.


ມັນ​ກິນ​ເຄື່ອງປູກ​ກ້ຽງ ດັ່ງ​ໄຟ​ໄໝ້​ເຜົາຜານ ດິນແດນ​ເບື້ອງ​ໜ້າ ມັນ​ເປັນ​ດັ່ງ​ສວນ​ເອເດນ​ພຸ້ນ ແຕ່​ເບື້ອງຫລັງ​ນັ້ນ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ບໍ່ມີ​ຫຍັງ​ຈະ​ໜີພົ້ນ​ຈາກ​ມັນ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka