Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:3 - ພຣະຄຳພີສັກສິ

3 ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.

Uka jalj uñjjattʼäta Copia luraña




ອົບພະຍົບ 10:3
28 Jak'a apnaqawi uñst'ayäwi  

ເອລີຢາ​ໄດ້​ຂຶ້ນ​ໄປ​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ​ກ່າວ​ວ່າ, “ພວກທ່ານ​ຈະ​ໃຊ້​ເວລາ​ອີກ​ນານ​ເທົ່າໃດ​ຈຶ່ງ​ຈະ​ຕັດສິນໃຈ? ຖ້າ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ ຈົ່ງ​ນະມັດສະການ​ພຣະອົງ; ຖ້າ​ພະບາອານ​ແມ່ນ​ພຣະເຈົ້າ ຈຶ່ງ​ຂາບໄຫວ້​ພະບາອານ.” ແຕ່​ປະຊາຊົນ​ບໍ່​ຕອບ​ເພິ່ນ​ຢ່າງ​ໃດ​ໝົດ.


“ເຈົ້າ​ເຫັນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ອາຮາບ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ເຮົາ​ຢ່າງໃດ? ຍ້ອນ​ລາວ​ໄດ້​ຖ່ອມຕົວ​ຢ່າງນີ້ ເຮົາ​ຈະ​ບໍ່​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ລາວ ໃນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ; ແຕ່​ເຮົາ​ຈະ​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ຄອບຄົວ​ຂອງ​ອາຮາບ​ໃນ​ສະໄໝ​ລູກຊາຍ​ຂອງ​ລາວ.”


ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ເມື່ອ​ໄດ້​ທົນທຸກ​ຢູ່​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ຖ່ອມຕົວ​ລົງ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ຖ່ອມຕົວ​ລົງຫລາຍ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.


ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.


ແລະ​ເຈົ້າ​ໄດ້​ກັບໃຈ​ໃໝ່​ທັງ​ຖ່ອມຕົວ​ລົງ​ຕໍ່ໜ້າ​ເຮົາ ໂດຍ​ຈີກ​ເສື້ອ​ຂອງ​ເຈົ້າ​ເອງ​ແລະ​ຮ້ອງໄຫ້​ເມື່ອ​ເຈົ້າ​ໄດ້ຍິນ​ວ່າ ເຮົາ​ໄດ້​ນາບຂູ່​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ນະຄອນ​ຢ່າງໃດ. ເຮົາ​ຈຶ່ງ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ຖ້າ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ພວກເຂົາ​ເອີ້ນກັນ​ໂດຍ​ຊື່​ຂອງ​ເຮົາ​ຖ່ອມ​ຕົວລົງ, ພາວັນນາ​ອະທິຖານ, ຊອກຫາ​ໜ້າ​ເຮົາ ພ້ອມ​ທັງ​ກັບໃຈ​ໃໝ່ ແລະ​ຫັນໜີ​ຈາກ​ຄວາມຊົ່ວ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່; ແລ້ວ​ທີ່​ສະຫວັນ ເຮົາ​ກໍ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ, ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ອັບອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ ຂ້ານ້ອຍ​ເສຍໃຈ ຈຶ່ງ​ນັ່ງ​ທີ່​ຂີ້ຝຸ່ນ​ດິນ​ແລະ​ຂີ້ເຖົ່າ.”


ຖ້າ​ເຈົ້າ​ຍັງ​ສືບຕໍ່​ປະຕິເສດ​ຢູ່​ໃນ​ມື້ອື່ນ​ນີ້ ເຮົາ​ຈະ​ໃຫ້​ຝູງຕັກແຕນ​ເຂົ້າ​ມາ​ໃນ​ປະເທດ​ຂອງ​ເຈົ້າ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຈະ​ຂັດຂືນ​ຄຳສັ່ງ​ຂອງເຮົາ ໄປ​ອີກ​ເຫິງ​ນານ​ປານໃດ?


ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’


ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’


ແຕ່​ຈົນ​ບັດນີ້ ເຈົ້າ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ໄປ.


“ຄົນໂງ່ຈ້າ​ເອີຍ ພວກເຈົ້າ​ຢາກ​ເປັນ​ຄົນໂງ່ຈ້າ​ຢູ່​ອີກ​ເຫິງ​ປານໃດ? ພວກເຈົ້າ​ຍັງ​ຈະ​ພໍໃຈ​ກັບ​ການ​ດູໝິ່ນ​ປະໝາດ​ຄວາມຮູ້​ຢູ່​ບໍ? ພວກເຈົ້າ​ຈະ​ບໍ່​ຮໍ່າຮຽນ​ເອົາ​ຈັກເທື່ອ​ບໍ?


ເພາະ​ເຮົາ​ໄດ້​ເອີ້ນ​ຫາ​ເຈົ້າ​ແລະ​ເຊີນ​ເຈົ້າ​ມາ, ແຕ່​ເຈົ້າ​ພັດ​ບໍ່​ຕອບ​ເຮົາ. ເຮົາ​ໄດ້​ຍື່ນ​ມື​ໃຫ້​ເຈົ້າ​ຈັບ, ແຕ່​ເຈົ້າ​ພັດ​ເບີດເສີຍ​ຢູ່.


ການ​ອວດດີ​ນັ້ນ​ນຳ​ຄົນ​ໄປ​ສູ່​ໄພພິບັດ ການ​ຖ່ອມຕົວ​ນຳ​ຄົນ​ໃຫ້​ມີ​ກຽດ.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ສືບຕໍ່​ກະບົດ? ພວກເຈົ້າ​ຢາກ​ຈະ​ໃຫ້​ເຮົາ​ລົງໂທດ​ໜັກ​ຂຶ້ນ​ຊັ້ນບໍ? ຊາດ​ອິດສະຣາເອນ​ເອີຍ ຫົວ​ເຈົ້າ​ມີ​ແຕ່​ບາດແຜ ແລະ​ແນວຄິດ​ຈິດໃຈ​ຂອງເຈົ້າ​ກໍ​ເສື່ອມເສຍ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.


ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.


“ຈົ່ງ​ບອກ​ພວກ​ນັກຍິງທະນູ​ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ຈົ່ງ​ສົ່ງ​ທຸກຄົນ​ທີ່​ຮູ້ຈັກ​ຍິງ​ໜ້າທະນູ​ອອກ​ໄປ. ຈົ່ງ​ອ້ອມ​ເມືອງ​ໄວ້ ແລະ​ຢ່າ​ໃຫ້​ຜູ້ໃດ​ປົບໜີໄປ​ໄດ້. ຈົ່ງ​ແກ້ແຄ້ນ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ ຍ້ອນ​ເມືອງ​ນັ້ນ​ໄດ້​ອວດດີ​ກັບ​ພຣະເຈົ້າຢາເວ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ແຕ່​ນະຄອນ​ເຢຣູຊາເລັມ​ໄດ້​ກະບົດ​ຕໍ່​ຂໍ້ຄຳສັ່ງ​ຂອງເຮົາ ແລະ​ສະແດງ​ວ່າ​ນາງ​ຊົ່ວຊ້າ​ກວ່າ​ບັນດາ​ປະເທດ​ອື່ນໆ ແລະ​ບໍ່​ເຊື່ອຟັງ​ກວ່າ​ບັນດາ​ປະເທດ​ທີ່​ຢູ່​ອ້ອມຮອບ​ນາງ​ນັ້ນ. ນະຄອນ​ເຢຣູຊາເລັມ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ເຮົາ ແລະ​ທັງ​ບໍ່​ຍອມ​ນັບຖື​ກົດບັນຍັດ​ຕ່າງໆ​ຂອງເຮົາ​ດ້ວຍ.


ແຕ່​ທ່ານ​ເອງ​ຜູ້​ເປັນ​ລູກຊາຍ​ຂອງ​ເພິ່ນ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ຮູ້​ເລື່ອງ​ນີ້​ແລ້ວ​ກໍຕາມ ທ່ານ​ກໍ​ຍັງ​ບໍ່ໄດ້​ຖ່ອມຕົວ.


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ຈົ່ງ​ຖ່ອມຕົວ​ລົງ​ຊ້ອງ​ພຣະພັກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ.


ດ້ວຍເຫດນັ້ນ ພວກເຈົ້າ​ຈົ່ງ​ຖ່ອມໃຈ​ລົງ ຢູ່​ໃຕ້​ພຣະຫັດ​ອັນ​ຊົງ​ຣິດ​ຂອງ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ ເມື່ອ​ເຖິງ​ເວລາ​ອັນ​ຄວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka