ອົບພະຍົບ 10:27 - ພຣະຄຳພີສັກສິ27 ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣມີໃຈໃຈແຂງກະດ້າງດື້ດຶງຕໍ່ໄປ. ດັ່ງນັ້ນ ເພິ່ນຈຶ່ງບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ. Uka jalj uñjjattʼäta |
ພຣະເຈົ້າຢາເວຍັງໄດ້ສັ່ງໂມເຊໄວ້ອີກວ່າ, “ບັດນີ້ ເຈົ້າກຳລັງເດີນທາງກັບຄືນສູ່ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣເຫັນແທ້ໆຄື: ເຮັດຕາມຣິດອຳນາດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ປະຊາຊົນໄປ.
ມະນຸດທີ່ຍັງເຫລືອຢູ່ ເປັນພວກທີ່ບໍ່ໄດ້ຖືກຂ້າດ້ວຍໄພພິບັດເຫຼົ່ານັ້ນ, ກໍຍັງບໍ່ໄດ້ກັບໃຈເສຍໃໝ່ ຈາກສິ່ງທີ່ພວກຕົນໄດ້ເຮັດນັ້ນ, ພວກເຂົາບໍ່ເຊົາບູຊາຜີມານຮ້າຍ ບູຊາຮູບເຄົາຣົບທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງເຫລືອງ, ດ້ວຍຫີນ ແລະດ້ວຍໄມ້ ຊຶ່ງບໍ່ສາມາດເຫັນໄດ້, ບໍ່ສາມາດໄດ້ຍິນ ແລະບໍ່ສາມາດຍ່າງໄປມາໄດ້.