Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:26 - ພຣະຄຳພີສັກສິ

26 ພວກ​ຂ້ານ້ອຍ​ຕ້ອງ​ເອົາ​ສັດ​ຂອງ​ພວກ​ຂ້ານ້ອຍ​ໄປ​ນຳ ແລະ​ບໍ່​ໃຫ້​ເຫຼືອ​ຢູ່​ໃນ​ທີ່​ນີ້​ຈັກ​ໂຕ​ເລີຍ. ພວກ​ຂ້ານ້ອຍ​ເອງ​ຈະ​ເປັນ​ຜູ້​ເລືອກ​ເອົາ​ສັດ​ທີ່​ຈະ​ຂ້າ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຈົນ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່​ຮູ້​ວ່າ​ຈະ​ເອົາ​ສັດ​ໂຕ​ໃດ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ອົບພະຍົບ 10:26
12 Jak'a apnaqawi uñst'ayäwi  

ໂມເຊ​ຕອບ​ວ່າ, “ຖ້າ​ເປັນ​ເຊັ່ນນັ້ນ ທ່ານ​ຕ້ອງ​ໃຫ້​ພວກ​ຂ້ານ້ອຍ​ຈັດຫາ​ສັດ​ທີ່​ຈະ​ຂ້າ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ໂມເຊ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໄປ​ໝົດ​ທຸກຄົນ ລວມ​ທັງ​ເດັກນ້ອຍ​ແລະ​ຜູ້ເຖົ້າ. ພວກ​ຂ້ານ້ອຍ​ຈະ​ເອົາ​ລູກ​ຊາຍ​ຍິງ, ຝູງແກະ, ຝູງແບ້ ແລະ​ພ້ອມ​ທັງ​ຝູງງົວ​ໄປ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ຈະ​ຈັດ​ເທດສະການ ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ​ຂອງ​ພວກ​ຂ້ານ້ອຍ.”


ໃຫ້​ເອົາ​ຝູງແກະ​ຝູງແບ້​ກັບ​ຝູງງົວ​ຂອງ​ພວກເຈົ້າ​ໜີໄປ​ນຳ ແລະ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ຊົງ​ໂຜດ​ອວຍພອນ​ເຮົາ​ດ້ວຍ.”


ພວກ​ຂ້ານ້ອຍ​ຕ້ອງ​ເດີນທາງ​ສາມ​ວັນ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ດ້ວຍ​ຊັບສິນ​ຂອງຕົນ ດ້ວຍ​ຜົນ​ທໍາອິດ​ອັນ​ດີທີ່ສຸດ​ຈາກ​ຜົນລະປູກ​ທັງໝົດ​ຂອງເຈົ້າ.


ພວກເຂົາ​ຈະ​ເອົາ​ເງິນ​ທີ່​ຄ້າ​ຂາຍ​ໄດ້​ນັ້ນ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ທ້ອນເງິນ​ນັ້ນ​ໄວ້​ລ້າໆ ແຕ່​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ທີ່​ພວກເຂົາ​ຕ້ອງການ.


ພວກເຂົາ​ນຳ​ເອົາ​ຝູງແກະ ແລະ​ຝູງງົວ​ໄປ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ; ແຕ່​ບໍ່ໄດ້​ປະໂຫຍດ​ຫຍັງ​ເລີຍ. ພວກເຂົາ​ພົບ​ພຣະອົງ​ບໍ່ໄດ້ ເພາະ​ພຣະອົງ​ໄດ້​ໜີ​ຈາກ​ພວກເຂົາ​ໄປ​ສາ​ແລ້ວ.


ໃນ​ວັນນັ້ນ ແມ່ນແຕ່​ໝາກກະດິງ​ທີ່​ມັດ​ຄໍ​ມ້າ​ກໍ​ຈະ​ຂຽນ​ຖ້ອຍຄຳ​ວ່າ, “ບໍຣິສຸດ​ແດ່​ພຣະເຈົ້າຢາເວ.” ໝໍ້​ຄົວກິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ບໍຣິສຸດ ດັ່ງ​ຖ້ວຍ​ທີ່​ວາງ​ໄວ້​ຕໍ່ໜ້າ​ແທ່ນບູຊາ.


ບໍ່​ເໝືອນ​ດັ່ງ​ເຮົາ​ໄດ້​ຄາດໝາຍ​ໄວ້, ແຕ່​ຂໍ້​ສຳຄັນ​ທີ່ສຸດ ແມ່ນ​ພວກເຂົາ​ໄດ້​ຖວາຍ​ຕົວ​ເອງ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ກ່ອນ ແລ້ວ​ໄດ້​ມອບ​ຕົວ​ໃຫ້​ເຮົາ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka