Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:25 - ພຣະຄຳພີສັກສິ

25 ໂມເຊ​ຕອບ​ວ່າ, “ຖ້າ​ເປັນ​ເຊັ່ນນັ້ນ ທ່ານ​ຕ້ອງ​ໃຫ້​ພວກ​ຂ້ານ້ອຍ​ຈັດຫາ​ສັດ​ທີ່​ຈະ​ຂ້າ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 10:25
8 Jak'a apnaqawi uñst'ayäwi  

ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ.


ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ເອີ້ນ​ໂມເຊ​ມາ ແລະ​ກ່າວ​ວ່າ, “ພວກເຈົ້າ​ໄປ​ນະມັດສະການ​ພຣະເຈົ້າຢາເວ​ສາ; ໃຫ້​ເອົາ​ຜູ້ຍິງ ແລະ​ເດັກນ້ອຍ​ໄປ​ໄດ້. ສ່ວນ​ຝູງແກະ​ກັບ​ແບ້ ແລະ​ຝູງງົວ​ນັ້ນ​ໃຫ້​ປະ​ໄວ້​ທີ່​ນີ້.”


ພວກ​ຂ້ານ້ອຍ​ຕ້ອງ​ເອົາ​ສັດ​ຂອງ​ພວກ​ຂ້ານ້ອຍ​ໄປ​ນຳ ແລະ​ບໍ່​ໃຫ້​ເຫຼືອ​ຢູ່​ໃນ​ທີ່​ນີ້​ຈັກ​ໂຕ​ເລີຍ. ພວກ​ຂ້ານ້ອຍ​ເອງ​ຈະ​ເປັນ​ຜູ້​ເລືອກ​ເອົາ​ສັດ​ທີ່​ຈະ​ຂ້າ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຈົນ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່​ຮູ້​ວ່າ​ຈະ​ເອົາ​ສັດ​ໂຕ​ໃດ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.”


ຈົ່ງ​ເອົາ​ດິນ​ມາ​ສ້າງ​ແທ່ນບູຊາ​ສຳລັບ​ເຮົາ ແລະ​ທີ່​ເທິງ​ແທ່ນ​ນັ້ນ​ໃຫ້​ນຳ​ແກະ ແລະ​ງົວເຖິກ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລະຖວາຍ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຸກ​ບ່ອນ​ທີ່​ເຮົາ​ຈັດ​ໃຫ້​ນະມັດສະການ ເຮົາ​ຈະ​ມາ​ອວຍພອນ​ພວກເຈົ້າ​ໃນ​ທີ່ນັ້ນ.


ອາໂຣນ​ຈະ​ຕ້ອງ​ຖວາຍ​ແບ້​ໂຕ​ທີ່​ສະຫລາກ​ຕົກ​ຖືກ​ນັ້ນ ແກ່​ພຣະເຈົ້າຢາເວ​ເພື່ອ​ລຶບລ້າງ​ບາບ.


ອາໂຣນ​ໄດ້​ຍົກ​ມື​ຂຶ້ນ​ຢຽດ​ໃສ່​ປະຊາຊົນ​ເພື່ອ​ອວຍພອນ​ພວກເຂົາ ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຖວາຍບູຊາ​ທຸກຢ່າງ​ແລ້ວ ກໍໄດ້​ລົງ​ມາ​ຈາກ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka