ອົບພະຍົບ 10:23 - ພຣະຄຳພີສັກສິ23 ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ. Uka jalj uñjjattʼäta |
ພວກເຂົາໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະພຣະອົງໄດ້ບັນດານໃຫ້ຄວາມມືດຂັ້ນກາງ ລະຫວ່າງພວກເຂົາກັບພວກເອຢິບ ແລະໃຫ້ນໍ້າທະເລໄຫລຖ້ວມພວກເອຢິບຈົນພວກເຂົາຈົມນໍ້າຕາຍ. ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ກະທຳຕໍ່ເອຢິບແລ້ວ. ຫລັງຈາກນັ້ນ ພວກເຈົ້າກໍໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ເປັນເວລາດົນນານ.