Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:22 - ພຣະຄຳພີສັກສິ

22 ໂມເຊ​ໄດ້​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ກໍ​ມຶດ​ໄປ​ໝົດ​ຕະຫລອດ​ສາມ​ວັນ.

Uka jalj uñjjattʼäta Copia luraña




ອົບພະຍົບ 10:22
13 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ສູ່​ເອຢິບ ແຕ່​ຊາວ​ເອຢິບ​ບໍ່ໄດ້​ເຊື່ອຟັງ ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ແຕ່​ປະຊາຊົນ​ຍັງ​ສືບຕໍ່​ຢືນ​ຢູ່​ຫ່າງໆ ແລະ​ມີ​ແຕ່​ໂມເຊ​ຜູ້​ດຽວ​ເທົ່ານັ້ນ ທີ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເມກ​ອັນ​ຕຶບໜາ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນັ້ນ.


ແຕ່​ພວກເຂົາ​ຈະ​ບໍ່​ເຫັນ​ຫຍັງ​ເລີຍ ມີ​ແຕ່​ຄວາມ​ເດືອດຮ້ອນ​ແລະ​ຄວາມມືດ​ເທົ່ານັ້ນ ຄື​ຄວາມມືດ​ອັນ​ໜ້າຢ້ານກົວ​ຍິ່ງ ຊຶ່ງ​ພວກເຂົາ​ຕ້ອງ​ພົບ. ພວກເຂົາ​ບໍ່ມີ​ທາງ​ທີ່​ຈະ​ຫລົບ​ໜີ​ຈາກ​ຄວາມ​ເດືອດຮ້ອນ​ອັນ​ນີ້​ໄດ້​ເລີຍ.


ເມື່ອ​ເຮົາ​ທຳລາຍ​ເຈົ້າ​ນັ້ນ ເຮົາ​ຈະ​ອັດ​ຟ້າ​ສະຫວັນ​ໄວ້​ແລະ​ໃຫ້​ດວງດາວ​ມືດມົວໄປ. ຕາເວັນ​ຈະ​ລີ້​ຢູ່​ຫລັງ​ກ້ອນເມກ​ແລະ​ດວງຈັນ​ຈະ​ບໍ່​ສ່ອງແສງ.


ເຮົາ​ຈະ​ໃຫ້​ແສງ​ທັງໝົດ​ໃນ​ຟ້າ​ສະຫວັນ​ດັບ​ໄປ ແລະ​ໃຫ້​ປະເທດ​ຂອງ​ເຈົ້າ​ມືດມົນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.


ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


“ເຮົາ​ບໍ່​ໃຫ້​ຝົນ​ຕົກ​ຕາມ​ທີ່​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຕ້ອງການ​ທີ່ສຸດ. ເຮົາ​ໃຫ້​ຝົນ​ຕົກ​ໃສ່​ເມືອງ​ໜຶ່ງ, ແຕ່​ບໍ່​ໃຫ້​ຕົກ​ໃສ່​ອີກ​ເມືອງ​ໜຶ່ງ. ຝົນ​ຕົກລົງ​ໃສ່​ທົ່ງນາ​ແຫ່ງ​ໜຶ່ງ ແຕ່​ທົ່ງນາ​ແຫ່ງ​ອື່ນ​ພັດ​ແຫ້ງແລ້ງ.


ຈົ່ງ​ບອກ​ລູກຫລານ​ຂອງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ໄປ​ແລະ​ຢືນ​ເຝົ້າ​ຢູ່​ຢ່າງ​ໃດ​ຢູ່​ທີ່​ຕີນ​ພູ ທີ່​ມີ​ເມກ​ອັນ​ໜາແໜ້ນ​ແລະ​ມີ​ຄວັນ​ອັນ​ມືດຕຶບ​ປົກຄຸມ​ຢູ່ ພ້ອມ​ທັງ​ມີ​ໄຟ​ລຸກ​ພຸ່ງ​ຂຶ້ນ​ສູ່​ຟ້າ​ສະຫວັນ.


ແມ່ນ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທຸກຄົນ ເມື່ອ​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ເທິງ​ພູ​ນັ້ນ. ເມື່ອ​ພຣະອົງ​ໄດ້​ກ່າວ​ດ້ວຍ​ສຽງ​ທີ່​ເຕັມ​ດ້ວຍ​ຣິດອຳນາດ ຈາກ​ແປວໄຟ​ແລະ​ຈາກ​ເມກ​ອັນ​ໜາຕຶບ ພຣະອົງ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້ ແລະ​ບໍ່ມີ​ຂໍ້ຄຳສັ່ງ​ອື່ນ​ອີກ ແລ້ວ​ພຣະອົງ​ກໍໄດ້​ຈາລຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ມອບ​ໃຫ້​ຂ້າພະເຈົ້າ.”


ແລ້ວ​ເທວະດາ​ຕົນ​ທີ​ຫ້າ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ບັນລັງ​ຂອງ​ສັດຮ້າຍ ຄວາມມືດ​ຈຶ່ງ​ຕົກ​ໃສ່​ອານາຈັກ​ຂອງ​ສັດຮ້າຍ ແລະ​ຄົນ​ເຫຼົ່ານັ້ນ​ກໍ​ກັດ​ລີ້ນ​ຂອງຕົນ​ເພາະ​ຄວາມ​ເຈັບປວດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka