Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:21 - ພຣະຄຳພີສັກສິ

21 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ຈະ​ມືດ​ໄປ​ໝົດ.”

Uka jalj uñjjattʼäta Copia luraña




ອົບພະຍົບ 10:21
23 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ສົ່ງ​ຄວາມມືດ​ມາ​ສູ່​ເອຢິບ ແຕ່​ຊາວ​ເອຢິບ​ບໍ່ໄດ້​ເຊື່ອຟັງ ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ໂຜດ​ໃຫ້​ທາງ​ຂອງ​ພວກເຂົາ​ມົວມືດ​ແລະ​ມື່ນ​ພະລາດ​ໄປ ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕີ​ພວກເຂົາ​ລົ້ມ​ລົງ​ນັ້ນ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ທຸກໃຈ​ຢ່າງ​ໃຫຍ່ຫລວງ ໂດຍ​ໄດ້​ເທ​ຄວາມ​ໂກດຮ້າຍ​ລົງ​ໃສ່​ເຂົາເຈົ້າ ແລະ​ທັງ​ຄວາມ​ໂກດແຄ້ນ​ຢ່າງ​ຮຸນແຮງ​ທີ່ສຸດ ດັ່ງ​ທູດ​ແຫ່ງ​ຄວາມຕາຍ​ສຸມກັນ​ມາ​ໃສ່.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ຕະຫລອດ​ທັງ​ໜອງ​ບຶງ ແລະ​ອ່າງ​ນໍ້າ​ໃນ​ປະເທດ​ເອຢິບ. ແລ້ວ​ນໍ້າ​ໃນ​ບ່ອນ​ທັງໝົດ​ນັ້ນ​ຈະ​ກາຍເປັນ​ເລືອດ ແລະ​ທົ່ວ​ປະເທດ​ກໍ​ຈະ​ມີ​ແຕ່​ເລືອດ ແມ່ນແຕ່​ໃນ​ແອ່ງ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ໃນ​ໄຫ​ທີ່​ເຮັດ​ດ້ວຍ​ຫີນ.”


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ໝາກເຫັບ​ໃຫຍ່​ກໍ​ຈະ​ຕົກ​ທົ່ວ​ປະເທດ​ເອຢິບ ຖືກ​ຄົນ, ສັດ​ທັງຫລາຍ ແລະ​ພືດພັນ​ທັງໝົດ​ຕາມ​ທົ່ງໄຮ່​ທົ່ງນາ.”


ສ່ວນ​ທາງ​ຂອງ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ມືດມິດ​ດັ່ງ​ກາງຄືນ. ພວກເຂົາ​ລົ້ມລົງ​ແຕ່​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ສະດຸດ​ລົ້ມ​ນັ້ນ​ໄດ້.


ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.


ແອນ້ອຍ​ເກີດ​ມາ​ບໍ່ໄດ້​ຮັບ​ປະໂຫຍດ​ຫຍັງ ແລະ​ບໍ່ມີ​ຜູ້ໃດ​ລະນຶກ​ຄິດເຖິງ​ລາວ​ເລີຍ.


ເມື່ອ​ເຮົາ​ທຳລາຍ​ເຈົ້າ​ນັ້ນ ເຮົາ​ຈະ​ອັດ​ຟ້າ​ສະຫວັນ​ໄວ້​ແລະ​ໃຫ້​ດວງດາວ​ມືດມົວໄປ. ຕາເວັນ​ຈະ​ລີ້​ຢູ່​ຫລັງ​ກ້ອນເມກ​ແລະ​ດວງຈັນ​ຈະ​ບໍ່​ສ່ອງແສງ.


ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ.


ເມື່ອ​ເຖິງ​ເວລາ​ທ່ຽງ ທົ່ວ​ແຜ່ນດິນ​ກໍ​ບັງເກີດ​ຄວາມມືດ ຈົນເຖິງ​ບ່າຍ​ສາມ​ໂມງ.


ພໍ​ປະມານ​ທ່ຽງ ກໍ​ເກີດ​ມືດມົວ​ທົ່ວ​ແຜ່ນດິນ​ຈົນເຖິງ​ເວລາ​ບ່າຍ​ສາມ​ໂມງ,


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເປັນ​ຜູ້​ນຳພາ​ພວກເຈົ້າ ແລະ​ພຣະອົງ​ຈະ​ຕໍ່ສູ້​ພວກເຂົາ​ແທນ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ເຮັດ​ໃນ​ປະເທດ​ເອຢິບ


ພວກເຈົ້າ​ຈະ​ຍ່າງ​ງົມໆ​ທ່າວໆ ໄປມາ​ໃນ​ກາງເວັນ​ເໝືອນ​ຄົນ​ຕາບອດ ແລະ​ຈະ​ຫາ​ທາງເດີນ​ບໍ່​ພົບ. ວຽກງານ​ທີ່​ພວກເຈົ້າ​ເຮັດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ພວກເຈົ້າ​ຈະ​ຖືກ​ກົດຂີ່ ແລະ​ຖືກ​ເກັບກວາດ​ຖືກ​ຈີ້​ເປັນ​ປະຈຳ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍເຫລືອ​ພວກເຈົ້າ.


ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.


ພວກ​ຄູສອນ​ປອມ​ເຫຼົ່ານີ້ ເປັນ​ເໝືອນ​ບໍ່​ທີ່​ຂາດ​ນໍ້າ ເປັນ​ດັ່ງ​ໝອກ​ທີ່​ຖືກ​ລົມພະຍຸ​ພັດ​ໄປ ພຣະເຈົ້າ​ໄດ້​ຈັດ​ຂຸມ​ມືດ​ອັນ​ເລິກ​ໄວ້​ສຳລັບ​ພວກເຂົາ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.


ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.


ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.


ເມື່ອ​ເທວະດາ​ຕົນ​ທີ​ສີ່​ໄດ້​ເປົ່າແກ​ຂຶ້ນ, ດວງ​ອາທິດ​ກໍ​ຖືກ​ທຳລາຍ​ເສຍ​ໜຶ່ງ​ສ່ວນ​ສາມ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ກໍ​ເໝືອນກັນ ຈຶ່ງ​ມືດ​ໄປ​ໜຶ່ງ​ສ່ວນ​ສາມ, ກາງເວັນ​ບໍ່​ສະຫວ່າງ​ໜຶ່ງ​ສ່ວນ​ສາມ ແລະ​ໃນ​ກາງຄືນ​ກໍ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka