Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:19 - ພຣະຄຳພີສັກສິ

19 ແລ້ວ​ພຣະເຈົ້າຢາເວ​ກໍ​ປ່ຽນ​ລົມ​ແຕ່​ທິດ​ຕາເວັນອອກ ເປັນ​ລົມແຮງ​ຈາກ​ທິດ​ຕາເວັນຕົກ ພັດ​ເອົາ​ຕັກແຕນ​ໄປ​ຕົກ​ໃສ່​ອ່າວ​ຊູແອດ. ບໍ່ມີ​ຕັກແຕນ​ແມ່ນແຕ່​ໂຕ​ດຽວ​ເຫຼືອ​ຢູ່​ໃນ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ອົບພະຍົບ 10:19
7 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ເກືອບ​ສາບສູນ​ໄປ​ເປັນ​ດັ່ງ​ເງົາ​ໃນ​ຕອນຄໍ່າ​ນັ້ນ ຂ້ານ້ອຍ​ຖືກ​ພັດ​ໃຫ້​ໜີໄປ​ດັ່ງ​ແມງໄມ້.


ໂມເຊ​ຈຶ່ງ​ອຳລາ​ກະສັດ​ຟາໂຣ​ໄປ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.


ແຕ່​ພຣະເຈົ້າຢາເວ​ຍັງ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຄື​ເກົ່າ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ນຳ​ພວກເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມຸ້ງໜ້າ​ໄປ​ສູ່​ທະເລແດງ. ຊາວ​ອິດສະຣາເອນ​ຕ່າງ​ກໍ​ມີ​ອາວຸດ​ຄົບມື​ເພື່ອ​ຕຽມ​ສູ້ຮົບ.


ພຣະອົງ​ໂຍນ​ກອງທັບ​ເອຢິບ​ລົງ​ໃນ​ທ້ອງ​ທະເລ; ພວກ​ນາຍ​ທະຫານ​ທີ່​ເກັ່ງກ້າ ຈຶ່ງ​ຈົມ​ລົງ​ໃນ​ນໍ້າ.


ເຮົາ​ຈະ​ໄລ່​ກອງທັບ​ຕັກແຕນ​ມາ​ແຕ່​ເໜືອ​ໜີໄປ ຍ້າຍ​ມັນ​ບາງ​ຝູງ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ. ສ່ວນ​ກອງໜ້າ​ຂອງມັນ​ນັ້ນ ຈະ​ຖືກ​ໄລ່​ໄປ​ສູ່​ທະເລຕາຍ ຝ່າຍ​ກອງຫລັງ​ຈະ​ໄປ​ຕົກ​ທະເລ​ເມດີແຕຣາເນ​ພຸ້ນ. ຊາກສົບ​ຂອງມັນ​ຈະ​ເໝັນເນົ່າ​ທົ່ວໄປ ເຮົາ​ຈະ​ທຳລາຍ​ຍ້ອນ​ທຸກສິ່ງ​ທີ່​ມັນ​ໄດ້​ກະທຳ​ແກ່​ເຈົ້າ.


ເພາະ​ຊາວ​ອິດສະຣາເອນ​ມີ​ຄວາມເຊື່ອ​ແບບ​ນີ້ ພວກເພິ່ນ​ຈຶ່ງ​ຍ່າງ​ຂ້າມ​ທະເລແດງ​ເໝືອນ​ກັບ​ວ່າ ຍ່າງ​ເທິງ​ດິນ​ແຫ້ງ, ແຕ່​ເມື່ອ​ຊາວ​ເອຢິບ​ລອງ​ຂ້າມ​ເບິ່ງ ນໍ້າ​ກໍ​ຖ້ວມ​ພວກເຂົາ ແລະ​ຈົມ​ນໍ້າ​ຕາຍ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka