Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:17 - ພຣະຄຳພີສັກສິ

17 ບັດນີ້ ຈົ່ງ​ຍົກ​ບາບກຳ​ໃຫ້​ເຮົາ​ອີກເທື່ອໜຶ່ງ​ແດ່ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃຫ້​ນຳ​ເອົາ​ການ​ລົງໂທດ​ອັນ​ຮ້າຍແຮງ​ນີ້​ໜີໄປ​ຈາກ​ເຮົາ​ເສຍ.”

Uka jalj uñjjattʼäta Copia luraña




ອົບພະຍົບ 10:17
13 Jak'a apnaqawi uñst'ayäwi  

ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.


ເຂົາ​ຕັກ​ແກງ​ໃຫ້​ຄົນ​ກິນ, ແຕ່​ພໍ​ຄົນ​ຊີມ​ເບິ່ງ​ແລ້ວ ພວກເຂົາ​ກໍ​ຮ້ອງ​ໃສ່​ເອລີຊາ​ວ່າ, “ອາຫານ​ນີ້​ເປັນ​ຂອງ​ເບື່ອ.” ແລະ​ບໍ່ມີ​ໃຜ​ສາມາດ​ກິນ​ໄດ້.


ກະສັດ​ຟາໂຣ​ບອກ​ວ່າ, “ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຖ້າ​ພວກເຈົ້າ​ບໍ່​ໄປ​ໄກ. ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ສາ.”


ມັນ​ຈະ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ທ່ານ, ເທິງ​ປະຊາຊົນ​ຂອງທ່ານ, ແລະ​ເທິງ​ຂ້າຣາຊການ​ທັງໝົດ​ຂອງທ່ານ.”’


ດັ່ງນັ້ນ ກະສັດ​ຟາໂຣ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ​ພ້ອມ​ສັ່ງ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ບອກ​ຝູງ​ກົບ​ອອກ​ໄປ​ສາ ແລະ​ເຮົາ​ຈະ​ປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ກະສັດ​ຟາໂຣ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້ ເຮົາ​ໄດ້​ເຮັດ​ຜິດບາບ​ແລ້ວ; ພຣະເຈົ້າຢາເວ​ເປັນ​ຝ່າຍ​ຖືກ ແລະ​ເຮົາ​ກັບ​ປະຊາຊົນ​ຂອງເຮົາ​ເປັນ​ຝ່າຍ​ຜິດ.


ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເຖີດ ໝາກເຫັບ​ແລະ​ຟ້າຮ້ອງ​ໄດ້​ລົງໂທດ​ເຮົາ​ໜັກ​ພໍ​ແລ້ວ ເຮົາ​ຂໍ​ສັນຍາ​ວ່າ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ; ພວກເຈົ້າ​ບໍ່​ຈຳເປັນ​ຢູ່​ທີ່​ນີ້​ອີກ​ຕໍ່ໄປ​ດອກ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ປະຊາຊົນ​ຈຶ່ງ​ພາກັນ​ມາ​ຫາ​ໂມເຊ​ແລະ​ກ່າວ​ວ່າ, “ພວກເຮົາ​ເຮັດ​ບາບ​ແລ້ວ ເມື່ອ​ຈົ່ມຮ້າຍ​ໃສ່​ພຣະເຈົ້າຢາເວ ແລະ​ຈົ່ມຮ້າຍ​ໃສ່​ທ່ານ. ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ໄລ່​ງູພິດ​ເຫຼົ່ານີ້​ໜີໄປ​ເຖີດ.” ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ.


ຝ່າຍ​ຊີໂມນ​ໄດ້​ຕອບ​ວ່າ, “ຂໍ​ທ່ານ​ທັງສອງ​ພາວັນນາ​ອະທິຖານ​ຕໍ່​ພຣະອົງເຈົ້າ​ສຳລັບ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ​ຈັກ​ປະການ.”


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໂດຍ​ເຫັນ​ແກ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ໂດຍ​ເຫັນ​ແກ່​ຄວາມຮັກ ຊຶ່ງ​ພຣະວິນຍານ​ປະທານ​ໃຫ້ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຮ່ວມ​ກັບ​ເຮົາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ຮ້ອນຮົນ​ເພື່ອ​ເຮົາ​ດ້ວຍ.


ພຣະອົງ​ນັ້ນ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ມໍລະນະໄພ ແລະ​ຈະ​ຊົງ​ໂຜດ​ເຮົາ​ອີກ ເຮົາ​ໄວ້​ໃຈ​ໃນ​ພຣະອົງ​ວ່າ ຍັງ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ອີກ​ຕໍ່ໄປ.


ແຕ່​ບັດນີ້ ຂ້າພະເຈົ້າ​ຮ້ອງ​ຂໍ​ທ່ານ​ອະໄພ​ບາບ​ຂອງ​ຂ້າພະເຈົ້າ​ເສຍ ແລະ​ກັບຄືນ​ເມືອ​ເມືອງ​ກິນການ​ນຳ​ຂ້າພະເຈົ້າ​ແດ່ ເພື່ອ​ວ່າ ຂ້າພະເຈົ້າ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka