ອົບພະຍົບ 10:15 - ພຣະຄຳພີສັກສິ15 ຝູງຕັກແຕນໄດ້ໄຕ່ໄປມາຫຸ້ມໜ້າດິນຈົນດຳໄປໝົດ; ທຸກໆສິ່ງທີ່ເຫຼືອຈາກໝາກເຫັບທຳລາຍຖືກມັນກິນໝົດ ລວມທັງໝາກໄມ້ໃນຕົ້ນ ພືດຫລືຕົ້ນໄມ້ໃນປະເທດເອຢິບ ບໍ່ມີສິ່ງໃດທີ່ມີສີຂຽວເຫຼືອຢູ່ເລີຍ. Uka jalj uñjjattʼäta |
ເພິ່ນຈຶ່ງໄດ້ສົ່ງຄະນະທູດໄປເຊີນເອົາບາລາອາມລູກຊາຍຂອງເບອໍ ຜູ້ທີ່ອາໄສຢູ່ໃນເປໂທ ໃກ້ກັບແມ່ນໍ້າເອີຟຣັດທີ່ດິນແດນອາມາວ. ພວກເຂົາໄດ້ນຳຂ່າວຈາກເຈົ້າບາຫລາກໄປບອກດັ່ງນີ້: “ເຮົາຢາກໃຫ້ທ່ານຮູ້ວ່າມີຊົນຊາດໜຶ່ງໄດ້ມາຈາກປະເທດເອຢິບ, ປະຊາຊົນຂອງຊາດນີ້ກຳລັງແຜ່ຜາຍໄປທົ່ວທຸກແຫ່ງ ແລະກຳລັງມີອຳນາດເໜືອດິນແດນຂອງພວກເຮົາ.