Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:13 - ພຣະຄຳພີສັກສິ

13 ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ ແລະ​ພຣະເຈົ້າຢາເວ​ກໍ​ເຮັດ​ໃຫ້​ລົມ​ຈາກ​ທິດ​ຕາເວັນອອກ ພັດ​ມາ​ສູ່​ປະເທດ​ເອຢິບ​ຕະຫລອດ​ເວັນ​ຕະຫລອດ​ຄືນ. ພໍ​ຮອດ​ຮຸ່ງ​ເຊົ້າ ລົມ​ກໍໄດ້​ພັດ​ເອົາ​ຝູງ​ຕັກແຕນ​ມາ​ຢ່າງ​ຫລວງຫລາຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 10:13
11 Jak'a apnaqawi uñst'ayäwi  

ແລ້ວ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ​ເປັນ​ເມັດລີບ​ແລະ​ຫ່ຽວແຫ້ງ ເພາະ​ຖືກ​ລົມ​ທະເລຊາຍ​ພັດ


ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ແລະ​ຝູງ​ຕັກແຕນ​ກໍໄດ້​ມາ ພວກມັນ​ມາ​ຢ່າງ​ມະຫາສານ ຈົນ​ນັບ​ບໍ່ໄດ້.


ຟ້າ​ແມບເຫລື້ອມ ນໍ້າໝອກ ຫິມະ​ແລະ​ໝາກເຫັບ ພ້ອມ​ທັງ​ລົມ​ແຮງ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ພຣະອົງ​ໄດ້​ໃຫ້​ລົມ​ທິດ​ຕາເວັນອອກ​ພັດ​ມາ​ຈາກ​ຟ້າ​ສະຫວັນ ລົມ​ທາງທິດໃຕ້​ກໍ​ພັດ​ມາ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ


ພຣະອົງ​ໄດ້​ສົ່ງ​ຝູງຕັກແຕນ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ ທັງ​ທຳລາຍ​ທົ່ງໄຮ່​ທົ່ງນາ​ຂອງ​ເຂົາເຈົ້າ​ດ້ວຍ.


ໂມເຊ​ໄດ້​ເດ່​ມື​ຂອງຕົນ​ອອກ​ໄປ​ສູ່​ທະເລ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ ໃຫ້​ລົມຮ້ອນ​ທາງ​ທິດ​ຕາເວັນອອກ​ພັດ​ທະເລ​ຕະຫລອດ​ຄືນ. ລົມ​ໄດ້​ພັດ​ທະເລ​ຢູ່​ຢ່າງ​ລຽນຕິດ​ຈົນ​ເຫັນ​ພື້ນດິນ​ແຫ້ງ. ນໍ້າ​ໄດ້​ແຍກ​ອອກ​ຈາກ​ກັນ​ເປັນ​ທາງຍ່າງ


ຕັກແຕນ ມັນ​ບໍ່ມີ​ກະສັດ, ແຕ່​ມັນ​ເຄື່ອນຍ້າຍ​ໄປມາ​ຢ່າງ​ເປັນ​ລະບຽບ.


ແຕ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ໃຫຍ່​ພັດ​ຜ່ານ​ທະເລ​ມາ ແລະ​ພັດ​ແຮງ​ທີ່ສຸດ​ຈົນ​ເຮືອ​ຢູ່​ໃນ​ອັນຕະລາຍ​ເກືອບ​ຈະ​ແຕກ.


ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ຄົນ​ເຫຼົ່ານັ້ນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມ​ແລະ​ຟອງ​ນໍ້າ​ທະເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka