Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 10:12 - ພຣະຄຳພີສັກສິ

12 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ເທິງ​ປະເທດ​ເອຢິບ ເພື່ອ​ນຳ​ເອົາ​ຕັກແຕນ​ມາ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ງອກ​ຂຶ້ນ ແລະ​ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ຖືກ​ໝາກເຫັບ​ທຳລາຍ.”

Uka jalj uñjjattʼäta Copia luraña




ອົບພະຍົບ 10:12
6 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ແລະ​ຝູງ​ຕັກແຕນ​ກໍໄດ້​ມາ ພວກມັນ​ມາ​ຢ່າງ​ມະຫາສານ ຈົນ​ນັບ​ບໍ່ໄດ້.


ຝູງ​ຕັກແຕນ​ໄດ້​ໄຕ່​ໄປມາ​ຫຸ້ມ​ໜ້າ​ດິນ​ຈົນ​ດຳ​ໄປ​ໝົດ; ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ໝາກເຫັບ​ທຳລາຍ​ຖືກ​ມັນ​ກິນ​ໝົດ ລວມ​ທັງ​ໝາກໄມ້​ໃນ​ຕົ້ນ ພືດ​ຫລື​ຕົ້ນໄມ້​ໃນ​ປະເທດ​ເອຢິບ ບໍ່ມີ​ສິ່ງໃດ​ທີ່​ມີ​ສີ​ຂຽວ​ເຫຼືອ​ຢູ່​ເລີຍ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ຕະຫລອດ​ທັງ​ໜອງ​ບຶງ ແລະ​ອ່າງ​ນໍ້າ​ໃນ​ປະເທດ​ເອຢິບ. ແລ້ວ​ນໍ້າ​ໃນ​ບ່ອນ​ທັງໝົດ​ນັ້ນ​ຈະ​ກາຍເປັນ​ເລືອດ ແລະ​ທົ່ວ​ປະເທດ​ກໍ​ຈະ​ມີ​ແຕ່​ເລືອດ ແມ່ນແຕ່​ໃນ​ແອ່ງ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ໃນ​ໄຫ​ທີ່​ເຮັດ​ດ້ວຍ​ຫີນ.”


ແຕ່​ເຂົ້າ​ບະເລ​ນັ້ນ​ບໍ່ໄດ້​ຖືກ​ທຳລາຍ ເພາະ​ຍັງ​ບໍ່ທັນ​ພົ້ນ​ດິນ​ຂຶ້ນ​ມາ​ເທື່ອ.


ມີ​ຝູງຕັກແຕນ​ບິນ​ອອກ​ຈາກ​ຄວັນໄຟ​ນັ້ນ ມາ​ສູ່​ແຜ່ນດິນ​ໂລກ ແລະ​ພວກ​ມັນ​ໄດ້​ຮັບ​ອຳນາດ ເໝືອນ​ກັບ​ອຳນາດ​ຂອງ​ແມງງອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka