11 ບໍ່ໄດ້ ຖ້າພວກເຈົ້າຢາກໄປນະມັດສະການພຣະເຈົ້າຢາເວ ກໍໃຫ້ແຕ່ຜູ້ຊາຍເທົ່ານັ້ນໄປ.” ແລ້ວໂມເຊແລະອາໂຣນກໍຖືກໄລ່ໃຫ້ອອກໄປຈາກວັງຂອງກະສັດຟາໂຣ.
ຄົນຈອງຫອງຫາແຕ່ເລື່ອງຕົວະໃສ່ຂ້ານ້ອຍ ແຕ່ຂ້ານ້ອຍເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງດ້ວຍສຸດຈິດສຸດໃຈ.
ກະສັດຟາໂຣຈຶ່ງກ່າວຂຶ້ນທັນທີວ່າ, “ບໍ່ໄດ້ ເຮົາສາບານໃນນາມຂອງພຣະເຈົ້າຢາເວວ່າ ຈະບໍ່ຍອມປ່ອຍໃຫ້ພວກເຈົ້າເອົາພວກຜູ້ຍິງແລະເດັກນ້ອຍໄປນຳ ມັນຈະແຈ້ງແລ້ວວ່າ ພວກເຈົ້າກຳລັງວາງແຜນກໍ່ການກະບົດ.
ເພິ່ນກ່າວຕໍ່ໂມເຊວ່າ, “ອອກໜີໄປຈາກນີ້ ຢ່າສູ່ມາໃຫ້ເຮົາເຫັນໜ້າເຈົ້າອີກຈັກເທື່ອ ຖ້າເຈົ້າມາໃຫ້ເຮົາເຫັນ ເຈົ້າຈະຕ້ອງຕາຍ.”
ແຕ່ກະສັດຟາໂຣແຫ່ງເອຢິບກ່າວແກ່ພວກເພິ່ນວ່າ, “ໂມເຊແລະອາໂຣນ, ເປັນຫຍັງພວກເຈົ້າຈຶ່ງຢາກໃຫ້ປະຊາຊົນ ປະຖິ້ມວຽກຂອງພວກເຂົາໄປ? ຈົ່ງໃຫ້ພວກທາດຮັບໃຊ້ເຫຼົ່ານີ້ກັບຄືນໄປເຮັດວຽກດຽວນີ້!