Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 1:8 - ພຣະຄຳພີສັກສິ

8 ຕໍ່ມາ ໄດ້​ມີ​ກະສັດ​ຟາໂຣ​ຄົນ​ໃໝ່​ຂຶ້ນ​ປົກຄອງ​ປະເທດ​ເອຢິບ. ກະສັດ​ຟາໂຣ​ຜູ້​ນີ້​ບໍ່​ຮູ້​ເລື່ອງ​ຫຍັງ​ກ່ຽວກັບ​ໂຢເຊັບ​ເລີຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 1:8
10 Jak'a apnaqawi uñst'ayäwi  

ຊາວ​ເອຢິບ​ຈຶ່ງ​ກຽດຊັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ອຸບາຍ​ຕໍ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.


ເຮົາ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄໍ່າຄວນ​ໃຫ້​ຊ່ວຍເຫລືອ​ຂອງ​ປະຊາຊົນ​ເຮົາ​ຄັກແນ່​ແລ້ວ ແລະ​ເຮົາ​ໄດ້​ເຫັນ​ຊາວ​ເອຢິບ​ກົດຂີ່​ພວກເຂົາ​ຢ່າງ​ໃດ.


ມີ​ຊາຍ​ຍາກຈົນ​ຄົນໜຶ່ງ​ທີ່​ອາໄສ​ຢູ່​ໃນ​ເມືອງນີ້. ລາວ​ເປັນ​ຄົນມີ​ປັນຍາ​ຈົນ​ຊ່ວຍ​ເມືອງ​ນີ້​ໄວ້​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ຄິດເຖິງ​ລາວ​ເລີຍ.


ຈົນເຖິງ​ກະສັດ​ອີກ​ອົງ​ໜຶ່ງ ຊຶ່ງ​ບໍ່​ຮູ້ຈັກ​ໂຢເຊັບ​ໄດ້​ຂຶ້ນ​ປົກຄອງ​ປະເທດ​ເອຢິບ.


ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຫລອກລວງ​ບັນພະບຸລຸດ​ຂອງ​ພວກເຮົາ ເຮັດ​ໂຫດຮ້າຍ​ຕໍ່​ພວກເພິ່ນ ໂດຍ​ບັງຄັບ​ໃຫ້​ເອົາ​ລູກນ້ອຍ​ອ່ອນ​ຂອງ​ພວກເພິ່ນ​ອອກ​ໄປ​ຖິ້ມ​ເສຍ ເພື່ອ​ບໍ່​ໃຫ້​ມີ​ຊີວິດ​ເຫຼືອ​ຢູ່​ໄດ້.


ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອບ​ຢ່າງ​ໂຫດຮ້າຍ ແລະ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ​ໃຫ້​ເຮັດ​ວຽກ​ເໝືອນ​ດັ່ງ​ຂ້າທາດ.


ຕໍ່ມາ ຄົນ​ທັງໝົດ​ໃນ​ເຊັ່ນ​ນັ້ນ​ກໍໄດ້​ຕາຍໄປ ແລະ​ຄົນ​ໃນ​ເຊັ່ນ​ຕໍ່ມາ​ກໍໄດ້​ລືມໄລ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka