Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 1:7 - ພຣະຄຳພີສັກສິ

7 ແຕ່​ເນື່ອງ​ຈາກ​ວ່າ ຊາວ​ອິດສະຣາເອນ​ໃນ​ລຸ້ນ​ຕໍ່ມາ​ມີ​ລູກ​ຫລາຍ ຈົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ທັງ​ມີ​ກຳລັງ​ພົນ​ເຂັ້ມແຂງ ພວກເຂົາ​ຈຶ່ງ​ແຜ່ຜາຍ​ກະຈັດ​ກະຈາຍ​ກັນ​ຢູ່​ເຕັມ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ອົບພະຍົບ 1:7
29 Jak'a apnaqawi uñst'ayäwi  

ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ສັດ​ຫລາຍ​ຈຳພວກ​ເກີດຂຶ້ນ​ຢູ່​ໃນ​ນໍ້າ ແລະ​ໃຫ້​ມີ​ນົກ​ບິນ​ໄປມາ​ໃນ​ທ້ອງຟ້າ​ອາກາດ.”


ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.”


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”


ເຮົາ​ຈະ​ອວຍພອນ​ນາງ​ໃຫ້​ມີ​ລູກຊາຍ​ຜູ້ໜຶ່ງ ແລະ​ຈະ​ອວຍພອນ​ນາງ​ໃຫ້​ເປັນ​ແມ່​ຂອງ​ຊົນຊາດ​ທັງຫລາຍ ຈົນ​ກະສັດ​ຫລາຍ​ຄົນ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ນາງ.”


ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ເພິ່ນ​ຈຶ່ງ​ໜີ​ຈາກ​ທີ່​ນັ້ນ​ແລະ​ໄປ​ຂຸດ​ນໍ້າສ້າງ​ທີ່​ອື່ນ​ອີກ. ໃນ​ທີ່​ນີ້​ບໍ່ມີ​ການ​ຖົກຖຽງ​ກັນ​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ອິດສະລະພາບ.” ເພິ່ນ​ເວົ້າ​ວ່າ, “ບັດນີ້ ພຣະເຈົ້າຢາເວ​ໄດ້​ໃຫ້​ອິດສະລະພາບ​ແກ່​ພວກເຮົາ​ໃນ​ດິນແດນ​ນີ້ ພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ທີ່​ນີ້.”


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ. ຊົນຊາດ​ທັງປວງ​ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ.


ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ. ພວກເຂົາ​ຈະ​ແຜ່ຜາຍ​ຂະຫຍາຍ​ເຂດ​ໄປ​ທົ່ວ​ທຸກ​ທິດ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ເຮົາ​ຈະ​ອວຍພອນ​ບັນດາ​ຊົນຊາດ​ທັງປວງ.


ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ.


ພຣະອົງ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ໄປ​ປະເທດ​ເອຢິບ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ທະວີ​ຂຶ້ນ​ເປັນ​ຊົນຊາດ​ໃຫຍ່​ຢູ່​ໃນ​ທີ່ນັ້ນ.


ຊາວ​ອິດສະຣາເອນ​ທີ່​ອາໄສ​ໃນ​ປະເທດ​ເອຢິບ​ຢູ່​ໃນ​ເຂດ​ໂກເຊັນ ໄດ້​ຮັ່ງມີ​ເປັນ​ດີ​ຂຶ້ນ​ພ້ອມ​ທັງ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ.


ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ພຣະອົງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍໆ​ຊົນຊາດ; ເຮົາ​ຈະ​ເອົາ​ດິນແດນ​ນີ້ ໃຫ້​ເປັນ​ສົມບັດ​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ຕະຫລອດໄປ.”’


ພຣະເຈົ້າ​ໄດ້​ອວຍພອນ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ທັງ​ສາມ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.


ພຣະອົງ​ໃຫ້​ພວກເພິ່ນ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ດັ່ງ​ໝູ່​ດວງດາວ​ຢູ່​ໃນ​ທ້ອງຟ້າ ໃຫ້​ຕີ​ເອົາ​ດິນແດນ​ໄດ້​ຄື​ບ່ອນ​ພວກເພິ່ນ​ອາໄສ​ຢູ່ ທີ່​ຊົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເພິ່ນ.


ພຣະເຈົ້າຢາເວ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ທະວີ​ຫລາຍ​ຂຶ້ນ ແລະ​ໃຫ້​ພວກເຂົາ​ເຂັ້ມແຂງ​ກວ່າ​ພວກ​ສັດຕູ​ດ້ວຍ.


ພຣະອົງ​ອວຍພອນ​ຄົນ​ຂອງ​ພຣະອົງ​ໃຫ້​ມີ​ຫລາຍ ແລະ​ຮັກສາ​ຝູງສັດ​ຂອງ​ພວກເຂົາ​ບໍ່​ໃຫ້​ຫລຸດໜ້ອຍ.


ເຖິງ​ແມ່ນ​ວ່າ ຊາວ​ເອຢິບ​ຂົ່ມເຫັງ​ຊາວ​ອິດສະຣາເອນ​ໜັກ​ປານໃດ​ກໍຕາມ ຈຳນວນ​ຊາວ​ອິດສະຣາເອນ​ກໍ​ຍິ່ງ​ເພີ່ມ​ທະວີຄູນ​ຍິ່ງ​ຂຶ້ນ ແລະ​ແຜ່ຜາຍ​ໄປ​ທົ່ວ​ປະເທດ ຈົນ​ຊາວ​ເອຢິບ​ມີ​ຄວາມ​ຫວັ່ນເກງ​ຊາວ​ອິດສະຣາເອນ.


ຊາວ​ອິດສະຣາເອນ​ພາກັນ​ອອກ​ໄປ​ຈາກ​ເມືອງ​ຣາມາເຊັດ ມຸ້ງໜ້າ​ສູ່​ເມືອງ​ຊຸກໂກດ. ຜູ້​ເດີນທາງ​ມີ​ປະມານ​ຫົກແສນ​ຄົນ​ໂດຍ​ບໍ່​ນັບ​ຜູ້ຍິງ​ແລະ​ເດັກນ້ອຍ.


ປະຊາຊົນ​ພວກ​ນີ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ. ບັດນີ້ ພວກເຈົ້າ​ຢາກ​ໃຫ້​ພວກເຂົາ​ເຊົາ​ເຮັດ​ວຽກ​ຊັ້ນບໍ?”


ເຮົາ​ໄດ້​ລ້ຽງ​ເຈົ້າ​ໃຫ້​ໃຫຍ່​ຂຶ້ນ​ເໝືອນ​ຕົ້ນ​ພືດ​ທີ່​ແຂງແຮງ​ດີ. ເຈົ້າ​ມີ​ສຸຂະພາບ​ດີ ແລະ​ສູງ​ແລະ​ຈົນ​ໃຫຍ່​ເປັນ​ສາວ. ໜ້າເອິກ​ຂອງເຈົ້າ​ຮູບ​ຊົງ​ງາມດີ ແລະ​ຜົມ​ຂອງ​ເຈົ້າ​ກໍ​ປົ່ງ​ງາມ ແຕ່​ເຈົ້າ​ພັດ​ເປືອຍຕົວ.


ພຣະເຈົ້າ​ແຫ່ງ​ປະຊາຊົນ​ອິດສະຣາເອນ ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ພວກເພິ່ນ​ຈະເລີນ​ມີ​ກຽດ​ຫລາຍ​ຂຶ້ນ ຂະນະທີ່​ພວກເພິ່ນ​ຢູ່​ປະເທດ​ເອຢິບ ໃນ​ຖານະ​ຄົນ​ຕ່າງດ້າວ, ພຣະເຈົ້າ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ


ເມື່ອ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ໄປ​ຢູ່​ປະເທດ​ເອຢິບ​ນັ້ນ ພວກເຂົາ​ມີ​ພຽງແຕ່ 70 ຄົນ​ເທົ່ານັ້ນ. ແຕ່​ມາບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ຟ້າ​ສະຫວັນ.”


ແລ້ວ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ເລົ່າ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້: ‘ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ເປັນ​ນັກ​ພະຈົນໄພ​ຊາວ​ອາຣາມ ຜູ້​ທີ່​ໄດ້​ນຳ​ຄອບຄົວ​ຂອງຕົນ​ໄປ​ອາໄສ​ຢູ່​ປະເທດ​ເອຢິບ. ເມື່ອ​ໄປ​ນັ້ນ​ພວກເພິ່ນ​ມີ​ແຕ່​ໜ້ອຍ​ຄົນ ແຕ່​ພວກເພິ່ນ​ໄດ້​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka