22 ແຕ່ກະສັດຟາໂຣກໍໄດ້ສັ່ງປະຊາຊົນຂອງຕົນວ່າ, “ລູກຜູ້ຊາຍທຸກໆຄົນຂອງຊາວເຮັບເຣີທີ່ເກີດໃໝ່ ໃຫ້ຖິ້ມລົງໃນແມ່ນໍ້ານິນ, ແຕ່ລູກຜູ້ຍິງຈົ່ງປະໄວ້ໃຫ້ມີຊີວິດຢູ່.”
ຫລັງຈາກນັ້ນມາສອງປີ ກະສັດເອຢິບກໍໄດ້ຝັນວ່າ ຕົນກຳລັງຢືນຢູ່ທີ່ແຄມແມ່ນໍ້ານິນ.
ຊາວເອຢິບຈຶ່ງກຽດຊັງປະຊາຊົນຂອງພຣະອົງ ແລະໃຊ້ອຸບາຍຕໍ່ພວກຜູ້ຮັບໃຊ້ຂອງພຣະອົງດ້ວຍ.
“ເມື່ອພວກເຈົ້າໄປຊ່ວຍເອົາລູກອອກໃຫ້ຍິງຊາວເຮັບເຣີ ຖ້າເດັກນ້ອຍເປັນຜູ້ຊາຍໃຫ້ຂ້າຖິ້ມ, ແຕ່ຖ້າເດັກນ້ອຍເປັນຜູ້ຍິງໃຫ້ປະໄວ້.”
ເມື່ອເປີດເບິ່ງໃນອູ່ ນາງກໍເຫັນເດັກນ້ອຍຜູ້ຊາຍນອນຮ້ອງໄຫ້ຢູ່. ນາງເກີດສົງສານເລີຍເວົ້າວ່າ, “ເດັກນີ້ແມ່ນລູກຂອງຊາວເຮັບເຣີ.”
ເພາະຕີນຂອງພວກເຂົາແລ່ນໄປຫາຄວາມຊົ່ວຮ້າຍ ແລະຟ້າວຟັ່ງເຮັດໃຫ້ເລືອດຕົກ.
ຄວາມໂກດຮ້າຍຄືການຫ້ຽມໂຫດແລະການທຳລາຍ, ແຕ່ຄວາມອິດສາບໍ່ມີຫຍັງປຽບປານເທົ່າ.
ຄົນຊົ່ວບໍ່ຫ່ອນນອນຫລັບໄດ້ຈົນກວ່າພວກເຂົາໄດ້ໄປເຮັດຜິດມາ. ພວກເຂົານອນມືນຕາ ຈົນກວ່າໄດ້ທຳຮ້າຍຄົນແລ້ວຈຶ່ງນອນຫລັບໄດ້.
ກະສັດຜູ້ນີ້ໄດ້ໃຊ້ກົນອຸບາຍຫລອກລວງບັນພະບຸລຸດຂອງພວກເຮົາ ເຮັດໂຫດຮ້າຍຕໍ່ພວກເພິ່ນ ໂດຍບັງຄັບໃຫ້ເອົາລູກນ້ອຍອ່ອນຂອງພວກເພິ່ນອອກໄປຖິ້ມເສຍ ເພື່ອບໍ່ໃຫ້ມີຊີວິດເຫຼືອຢູ່ໄດ້.
ເພາະພໍ່ແມ່ຂອງໂມເຊມີຄວາມເຊື່ອແບບນີ້ ຈຶ່ງໄດ້ເຊື່ອງໂມເຊໄວ້ເປັນເວລາສາມເດືອນ ເພາະເຫັນວ່າໂມເຊມີຮູບຮ່າງງາມ ແລະພວກເພິ່ນກໍບໍ່ຢ້ານກົວທີ່ຈະຝ່າຝືນຄຳສັ່ງຂອງກະສັດ.