ຖ້າເຈົ້າເຊື່ອຟັງເຮົາທຸກຢ່າງ, ປະຕິບັດຕາມບັນດາກົດບັນຍັດຂອງເຮົາ ແລະເຮັດໃຫ້ເຮົາພໍໃຈໂດຍປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ດັ່ງດາວິດຜູ້ຮັບໃຊ້ຂອງເຮົາໄດ້ປະຕິບັດນັ້ນ ເຮົາກໍຈະຢູ່ກັບເຈົ້າເລື້ອຍໄປ. ເຮົາຈະໃຫ້ເຈົ້າເປັນກະສັດຂອງອິດສະຣາເອນ ແລະຈະໃຫ້ມີເຊື້ອສາຍປົກຄອງສືບແທນເຈົ້າ ດັ່ງທີ່ເຮົາໄດ້ປະຕິບັດຕໍ່ດາວິດນັ້ນ.